ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນຈຳນວນ 195,000,000 ກີບ ນຳໃຊ້ເຂົ້າໃນວຽກງານສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ.

ໃນຕອນບ່າຍຂອງວັນທີ 22 ມີນາ 2021, ຢູ່ທີ່ ກະຊວງປ້ອງກັນຄວາມສະຫງົບ, ບໍລິສັດ ຈະເລີນເຊກອງ  ພະລັງງານ  ຈຳກັດ  ນຳໂດຍ ທ່ານ ຈັນທະໜອມ  ພົມມະນີ  ປະທານບໍລິສັດ ພ້ອມດ້ວຍຄະນະ, ໄດ້ມອບເງິນຊຸກຍູ້  ຊື້ລົດຈັກ ຈຳນວນ 15 ຄັນ ລວມມູນຄ່າ 195,000,000 ກີບ (ໜຶ່ງຮ້ອຍເກົ້າສິບຫ້າລ້ານກີບ), ເພື່ອນຳໃຊ້ເຂົ້າໃນວຽກງານສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ, ໃຫ້ກຽດກ່າວຮັບໃນຄັ້ງນີ້ໂດຍ  ທ່ານ ພົທ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ໂດຍມີຄະນະນຳຂອງກະຊວງເຂົ້າຮ່ວມ

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ຍັງໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນໂດຍດີຕະຫຼອດມາຂອງບໍລິສັດ ກໍ່ຄືການຊຸກຍູ້ໃນຄັ້ງນີ້ ແລະ ຈະນຳເອົາເງິນຈຳນວນທັງໝົດນີ້ ອຳນວຍຄວາມສະດວກໃຫ້ແກ່ບັນດາອ້າຍນ້ອງ ໄດ້ນຳໃຊ້ພາຫະນະເຂົ້າໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ອວຍພອນໃຫ້ບໍລິສັດ ເຄື່ອນໄຫວທຸລະກິດປະສົບຜົນສຳເລັດຕາມຈຸດປະສົງ ແລະ ເປົ້າຫມາຍທີ່ວາງໄວ້ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດໃຫ້ຈະເລີນຮຸ່ງເຮືອງ

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la