CSE ຈັດກິດຈະກໍາ “ແບ່ງທຸກ-ປັນສຸກ” ໃຫ້ພະນັກງານທີ່ໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດ Covid-19

ເນື່ອງຈາກສະຖານະການ ການແຜ່ລະບາດຂອງພະຍາດໂຄວິດ 19 ໃນຕົ້ນປີ 2020 ຈົນເຖິງປັດຈຸບັນ ແລະ ມີການລະບາດຮອບໃໝ່ ເຮັດໃຫ້ສົ່ງຜົນກະທົບຕໍ່ກັບເສດຖະກິດ-ສັງຄົມ, ສຸຂະພາບ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນລາວ ໃນຂອບເຂດທົ່ວປະເທດ. ດ້ວຍຄວາມຫ່ວງໃຍຈາກ ຄະນະຜູ້ບໍລິຫານລະດັບສູງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຕໍ່ກັບພະນັງງານໃນບໍລິສັດ ຈຶ່ງໄດ້ມີການຄົ້ນຄວ້າ ແລະ ເຫັນດີຈັດກິດຈະກໍານີ້ຂຶ້ນ ພາຍໃຕ້ຫົວຂໍ້ທີ່ວ່າ “ແບ່ງທຸກ-ປັນສຸກ” ເພື່ອເປັນການສ້າງຂວັນ ແລະ ກຳລັງໃຈ ໃຫ້ແກ່ພະນັກງານໃນບໍລິສັດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ເພື່ອໃຫ້ຜ່ານພົ້ນວິກິດນີ້ໄປພ້ອມໆກັນ.

ໃນກິດຈະກຳ “ແບ່ງທຸກ-ປັນສຸກ” ໃນຄັ້ງນີ້ ໄດ້ມີການຈັດພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອດັ່ງກ່າວ ໃຫ້ແກ່ພະນັກ

ງານ ໃນວັນທີ 12 ພະຈິກ 2021 ຢູ່ທີ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE), ມອບໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງປະທານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຕາງໜ້າໃຫ້ແກ່ຄະນະຜູ້ບໍລິຫານ CSE ແລະ ຮັບໂດຍຕາງໜ້າຈາກແຕ່ລະຝ່າຍພາຍໃນບໍລິສັດ. ໃນໂອກາດດັ່ງກ່າວນີ້ ທ່ານ ສີຫຸນ ສິດທິລືໄຊ ໄດ້ກ່າວໃຫ້ຮູ້ວ່າ: ເພື່ອເປັນການຊ່ວຍແບ່ງເບົາຄວາມຫຍຸ້ງຍາກ ຈາກຜົນກະທົບຂອງການແຜ່ລະບາດ ພະຍາດໂຄວິດ 19 ນີ້ ທີ່ໄດ້ເຮັດໃຫ້ສິນຄ້າຫຼາຍປະເພດມີລາຄາສູງຂຶ້ນ ລວມທັງລາຄານໍ້າມັນ ແລະ ອື່ນໆ, ເພື່ອຊ່ວຍແບ່ງເບົາຄ່າໃຊ້ຈ່າຍໃນຊີວິດປະຈໍາວັນ ໃຫ້ແກ່ພະນັກງານພາຍໃນບໍລິສັດ, ທາງຄະນະຜູ້ບໍລິຫານ ຈຶ່ງໄດ້ແບ່ງເບົາຄວາມທຸກ ແລະ ແບ່ງປັນຄວາມສຸກ, ໃຫ້ຄວາມຫ່ວງໃຍ ຊ່ວຍແບ່ງປັນນ້ຳໃຈ ສະໜັບສະໜູນ ເຂົ້າສານ-ອາຫານແຫ້ງ ແລະ ເຄື່ອງໃຊ້ທີ່ຈຳນວນໜຶ່ງທີ່ຈໍາເປັນ ປະກອບມີ: ເຂົ້າສານ(ເຂົ້າຈ້າວ), ອາຫານແຫ້ງ ແລະ ເຄື່ອງໃຊ້ຄົວເຮືອນຈຳນວນໜຶ່ງທີ່ຈໍາເປັນ (ມູນຄ່າ 250.000 ກີບ/ພະນັກງານ 1 ຄົນ/ເດືອນ) ມອບໃຫ້ພະນັກງານເປົ້້າໝາຍຈໍານວນ 67 ຄົນ. ໂດຍກິດຈະກໍາດັ່ງກ່າວ, ຈະດໍາເນີນຈັດໄປຈົນກວ່າສະຖານະການແຜ່ລະບາດພະຍາດໂຄວິດ 19 ເຂົ້າສູ່ການຄວບຄຸມ ຫຼື ຈົນກວ່າຄະນະສະເພາະກິດຂອງລັດຖະບານຈະອອກແຈ້ງການຫຼຸດຜ່ອນມາດຕະການເຂັ້ມງວດ (ລ໋ອກດາວ).

ກິດຈະກຳໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເປັນຫວ່ງເປັນໄຍຂອງ ຄະນະຜູ້ບໍລິຫານ CSE ທີ່ຍາມໃດກໍ່ໄດ້ກໍ່ໃຫ້ຄວາມສຳຄັນ ແລະ ຄວາມໃຈໃສ່ຕໍ່ກັບພະນັກງານ ເພາະບຸກຄະລາກອນ ຄືກໍ່ກຳລັງແຮງທີ່ສຳຄັນ ໃນການຂັບເຄື່ອນບໍລິສັດບໍ່ວ່າຈະທຸກກໍ່ຮ່ວມທຸກ ຍາມສຸກກໍ່ຮ່ວມສຸກໄປດ້ວຍກັນ ປຽບເໝືອນຄອບຄົວໃຫຍ່ CSE ທີ່ແສນອົບອຸ່ນ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la