ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ
ໃນນາມເປັນຜູ້ພັດພັດທະນາໂຄງການເຂື່ອນໄຟຟ້ານໍ້າຕົກໃນ ສ ປ ປ ລາວ ພວກເຮົາ ຮັບຮູ້ ແລະ ເຫັນວ່າ ການບໍລິຫານການກໍ່ສ້າງທີ່ດີແມ່ນໄດ້ຄຳນຶງເຖີງວຽກງານດ້ານສຸຂະພາບ ແລະ ຄວາມປອດໄພທັງໝົດທີ່ກ່ຽວຂ້ອງກັບກິດຈະກຳການກໍ່ສ້າງ. ປັດຊະຍາດ້ານສຸຂະພາບ ແລະ ຄວາມປອດໄພຂອງໂຄງການ ຄືການສ້າງຄວາມໝັ້ນໃຈດ້ານສຸຂະພາບ ແລະ ຄວາມປອດໄພຂອງພະນັກງານ, ເພື່ອຫຼຸດຜ່ອນຄວາມເສຍຫາຍຕໍ່ຊັບສິນ ແລະ ເພື່ອສ້າງສະພາບແວດລ້ອມໃນການເຮັດວຽກ ແລະ ທີ່ຢູ່ອາໄສທີ່ປອດໄພ ແລະ ສະດວກສະບາຍຕະຫຼອດໄລຍະເວລາການກໍ່ສ້າງ. ໃນຂອບເຂດການກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ຳ, ຜູ້ພັດພັດທະນາໂຄງການໃຫ້ຄຳໝັ້ນສັນຍາ ແລະ ມຸ່ງໝັ້ນທີ່ຈະຮັກສາປັດຊະຍາດ້ານສຸຂະພາບ ແລະ ຄວາມປອດໄພຂອງຕົນເອງໄວ້ດັ່ງນີ້:
- ຄວາມປອດໄພເປັນວຽກຫນຶ່ງ,ທີ່ສຳຄັນທີ່ສຸດໃນການພິຈາລະນາສຳລັບວຽກງານການກໍ່ສ້າງຂອງໂຄງການ.
- ອຸປະຕິເຫດທັງໝົດຕ້ອງໄດ້ຮັບການປົກປ້ອງ ແລະ ປ້ອງກັນ.
- ວຽກງານທັງໝົດຕ້ອງໄດ້ຮັບການວາງແຜນ ແລະ ປະຕິບັດ ໂດຍຄຳນຶງເຖີງວຽກງານດ້ານສຸຂະພາບ ແລະ ຄວາມປອດໄພ.
- ວຽກງານດ້ານສຸຂະພາບ ແລະ ຄວາມປອດໄພ ຄືຄວາມຮັບຜິດຊອບ ຂອງທຸກສາຍງານໃນການບໍລິຫານຈັດການໂຄງການ.
- ກຳນົດ ຫຼື ກຳຈັດ ຫຼື ຫຼຸດຜ່ອນ ຄວາມອັນຕະລາຍໃນໜ້າວຽກ.
- ຕິດຕາມຢ່າງໃກ້ສິດທຸກຂັ້ນຕອນຕ່າງໆຂອງໜ້າວຽກເພື່ອຊອກຫາ ແລະ ກຳຈັດຄວາມອັນຕະລາຍ ແລະ ການປະຕິບັດທີ່ບໍ່ປອດໄພ.
- ປັບປຸງສະຖານທີ່ເຮັດວຽກໃຫ້ປອດໄພສຳລັບພະນັກງານທຸກຄົນ.
- ໃຫ້ຄຳແນະນຳ ແລະ ອອກກົດລະບຽບທີ່ຊັດເຈນ ແລະ ຮັດກຸມສຳລັບທຸກວຽກງານທີ່ຈະປະຕິບັດ.
- ນຳໃຊ້ພະນັກງານ ແລະ ກຳມະກອນທີ່ຜ່ານການເຝີກອົບຮົມ ແລະ ມີຄຸນສົມບັດທີ່ເໝາະສົມ.
- ນຳໃຊ້ມາດຕະການສຸກເສີນ ແລະ ໃຫ້ການຮັກສາປີ່ນປົວສຸກເສີນໃນກໍລະນີເກີດອຸປະຕິເຫດໃນສະຖານທີ່ເຮັດວຽກ.
- ສືບສວນຊອກຫາສາຍເຫດ, ນຳໃຊ້ມາດຕະການທີ່ເໝາະສົມເພື່ອປ້ອງກັນການເກີດອຸປະຕິເຫດທີ່ຄ້າຍຄືກັນຊ້ຳອີກ ແລະ ອຸປະຕິເຫດອື່ນໆ.
- ປະຕິບັດຕາມກົດຫມາຍຂອງ ສປປ ລາວ ກໍຄືນະໂຍບາຍຂອງບໍລິສັດ ແລະ ຂັ້ນຕອນການເຮັດວຽກທີ່ປອດໄພ.
- ວາງເປົ້າໝາຍເພື່ອບໍ່ໃຫ້ເກີດອຸປະຕິເຫດ ຫຼື (ອຸປະຕິເຫດເປັນສູນ).
- ຜູ້ຈັດການພາກສະໜາມມີຄວາມຮັບຜິດຊອບທັງໝົດຕໍ່ວຽກງານດ້ານສຸຂະພາບ ແລະ ຄວາມປອດໄພຢູ່ແຕ່ລະສະຖານທີ່ກໍ່ສ້າງໂຄງການ.
- ທຸກໆຄົນທີ່ເຮັດວຽກຢູ່ໂຄງການກໍ່ສ້າງເຂື່ອນໄຟຟ້າ ຈະເຮັດວຽກຮ່ວມກັນເພື່ອພັດທະນາ ແລະ ຮັກສາລະດັບຄວາມເອົາໃຈໃສ່ໃຫ້ສູງຕໍ່ຄວາມປອດໄພຂອງຕົນເອງ ແລະ ເພື່ອນພະນັກງານດ້ວຍກັນ.
