ຄຳເຫັນປະທານ ຄະນະຜູ້ບໍລິຫານ

ປະທານ ຄະນະຜູ້ບໍລິຫານ

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ

ເພື່ອຕອບສະໜອງຕາມແນວທາງນະໂຍບາຍຂອງພັກ-ລັດ ໃນການສົ່ງເສີມຂະແໜງພະລັງງານພາຍໃນປະເທດ. ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (ຈຊພ) ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນໃນປີ 2016, ປັດຈຸບັນມີທຶນຈົດທະບຽນ 330 ຕື້ກີບ. ເປົ້າໝາຍການດຳເນີນທຸລະກິດຂອງບໍລິສັດ ແມ່ນ ລົງທຶນເຂົ້າໃນການພັດທະນາ, ກໍ່ສ້າງເຂື່ອນ ແລະ ເປັນຜູ້ຜະລິດພະລັງງານໄຟຟ້າ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ໄຟຟ້າພາຍໃນ ແລະ ສົ່ງອອກຂາຍຢູ່ບັນດາປະເທດໃກ້ຄຽງ. ຄຽງຄູ່ກັບການດຳເນີນທຸລະກິດ ບໍລິສັດຍັງໄດ້ໃຫ້ຄວາມສຳຄັນ ແລະ ສະໜັບສະໜູນນະໂຍບາຍ ການຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານ, ຊຶ່ງຕິດພັນກັບການພັດທະນາໂຄງການກໍ່ສ້າງເຂື່ອນທີ່ຕັ້ງຢູ່ໃນເຂດຫ່າງໄກສອກຫຼີກ, ໃຫ້ການສະໜັບສະໜູນ ການພັດທະນາຊຸມຊົນກໍຄືການປະກອບສ່ວນເຂົ້າໃນພັດທະນາເສດຖະກິດ ແລະ ສັງຄົມຂອງຊາດໄປພ້ອມໆກັນ.

ບໍລິສັດມີຄວາມພູມໃຈທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຜະລິດພະລັງງານທີ່ສະອາດ ເພື່ອສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດພາຍໃນປະເທດແບບຍືນຍົງ. ດ້ວຍປະສົບການ, ຄວາມຊ່ຽວຊານ ແລະ ການເປັນຜູ້ພັດທະນາໂຄງການຢ່າງແທ້ຈິງ, ປັດຈຸບັນ ບໍລິສັດ ມີໂຄງການເຂື່ອນໄຟຟ້າທັງໝົດ 11 ແຫ່ງ, ໃນນັ້ນ ມີ 3 ໂຄງການເຂື່ອນ ທີ່ ສົ່ງຂາຍພະລັງງານໄຟຟ້າໃຫ້ກັບ ລັດວິສາຫະກິດໄຟຟ້າລາວ ປະກອບດ້ວຍ: ເຂື່ອນໄຟຟ້ານໍ້າງຽບ 3ເອ, ເຂື່ອນໄຟຟ້າເຊນໍ້ານ້ອຍ 1 ແລະ ເຂື່ອນໄຟຟ້າເຊນໍ້ານ້ອຍ 6 ລວມກຳລັງການຕິດຕັ້ງ 63.8 ເມັກກາວັດ; ມີ 3 ໂຄງການເຂື່ອນ ທີ່ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າແຫ່ງ ສສ ຫວຽດນາມ (Electricity of Vietnam ຫຼື EVN) ປະກອບດ້ວຍ : ເຂື່ອນໄຟຟ້ານໍ້າກົງ 2, ເຂື່ອນໄຟຟ້ານໍ້າກົງ 3 ແລະ ເຂື່ອນໄຟຟ້ານໍ້າອີມູນ ລວມກຳລັງການຕິດຕັ້ງ 251 ເມັກກາວັດ; ມີ 4 ໂຄງການເຂື່ອນທີ່ບໍລິສັດຖືຮຸ້ນ ຄື: ເຂື່ອນໄຟຟ້ານໍ້າງື່ມ 3 ບໍລິສັດ ຖືຮຸ້ນ 55%, ເຂື່ອນໄຟຟ້ານໍ້າເທີນ 1 ບໍລິສັດ ຖືຮຸ້ນ 28% ທີ່ຈະສົ່ງຂາຍພະລັງງານໄຟຟ້າ ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (Electricity Generating Authority of Thailand ຫຼື EGAT) ລວມກຳລັງການຕິດຕັ້ງ 1,130 ເມັກກາວັດ; ເຂື່ອນໄຟຟ້າຫ້ວຍລະແງ ບໍລິສັດ ຖືຮຸ້ນ 30% ທີ່ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກັບ EVN ກຳລັງການຕິດຕັ້ງ 60 ເມັກກາວັດ; ເຂື່ອນໄຟຟ້ານໍ້າພາກ ບໍລິສັດຖືຮຸ້ນ 80% ທີ່ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກັບລັດວິສາຫະກິດໄຟຟ້າກຳປູເຈຍ (Electricite du Cambodge ຫຼື EDC) ກຳລັງການຕິດຕັ້ງ 168 ເມັກກາວັດ; ນອກນັ້ນ ຍັງມີອີກ 1 ໂຄງການເຂື່ອນ ຍັງຢູ່ໃນໄລຍະການພັດທະນາ ຄື: ເຂື່ອນໄຟຟ້ານໍ້າອ່າງ ກຳລັງການຕິດຕັ້ງ 140 ເມັກກາວັດ.

ໃນອະນາຄົດ, ບໍລິສັດ ໄດ້ຕັ້ງເປົ້າໝາຍ ແລະ ມຸ່ງໝັ້ນທີ່ຈະດຳເນີນງານເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ນັ້ນກໍ່ຄື ການຮ່ວມມືກັບຄູ່ຮ່ວມທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອທຳການສຶກສາ ຫຼື ພັດທະນາໂຄງການພະລັງງານອື່ນໆທີ່ມີເງື່ອນໄຂ ເພື່ອໃຫ້ເກີດຄວາມເຊື່ອມໂຍງ ແລະ ຢູ່ພາຍໃຕ້ກອບແຫ່ງການພັດທະນາແບບຍືນຍົງຂອງບໍລິສັດ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789
headoffice@csenergy.la