ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຮັບຫຼຽນກາພັດທະນາຈາກ ທ່ານ ຮອງປະທານ ປະເທດ

ພິທີຍ້ອງຍໍບັນດາພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນ ແລະ ອຸປະຖຳງານສະເຫລີມສະຫລອງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນວັນທີ 29 ພະຈິກ 2019 ທີ່ຜ່ານມາ ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຮັບຜິດຊອບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນການປະຕິວັດລາວ ຄົບຮອບ 50 ປີ. ໃນພິທີ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຊຶ່ງໄດ້ມອບເງິນອຸປະຖຳງານດັ່ງກ່າວຈຳນວນ 600 ລ້ານກີບ ໄດ້ຮັບກຽດຂຶ້ນຮັບ ຫລຽນກາພັດທະນາ ແລະ ໃບຍ້ອງຍໍຈາກ ລັດຖະບານ ໃຫ້ກຽດມອບໂດຍ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ຮັບໂດຍ ທ່ານ ຈັນທະຫນອມ ພົມມະນີ ປະທານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ.

 

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la