ການລົງທຶນ

ຂໍ້ມູນຜູ້ຖືຮຸ້ນ

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເປັນບໍລິສັດໜຶ່ງ ໃນເຄືອ ບໍລິສັດ ຈະເລີນເຊກອງ ກຣຸບ ຈໍາກັດຜູ້ດຽວ, ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 16 ມີນາ 2016 ດ້ວຍທຶນຈົດທະບຽນເບື້ອງຕົ້ນ ມູນຄ່າ 330 ຕື້ ກີບ. ບໍລິສັດມີເປົ້າໝາຍລົງທຶນເຂົ້າໃສ່ການ ພັດທະນາ ແລະ ດໍາເນີນທຸລະກິດ ດ້ານພະລັງງານທີ່ສະອາດ ໃນ ສປປ ລາວ. ຮອດປັດຈຸບັນ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ລົງທຶນເຂົ້າໃນການພັດທະນາ ແລະ ຜະລິດ ພະລັງງານໄຟຟ້ານໍ້າຕົກ ມີທັງໝົດຈໍານວນ 11 ເຂື່ອນ, ໃນນັ້ນ ມີ 05 ເຂື່ອນ ທີ່ດໍາເນີນການຜະລິດໄຟຟ້າແລ້ວ, 05 ເຂື່ອນ ທີ່ຢູ່ໃນໄລຍະການກໍ່ສ້າງ ແລະ 01 ເຂື່ອນ ຢູ່ໃນໄລຍະການພັດທະນາ.

ຄູ່ຮ່ວມທຸລະກິດ

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789
headoffice@csenergy.la