ກິດຈະກຳກິລາເຕະບານມິດຕະພາບຍິງ-ຊາຍ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ແລະ ກົມແຜນການ ແລະ ການຮ່ວມມື, ຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່

          ກິດຈະກໍາກິລາບານເຕະຍິງ-ຊາຍ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ແລະ ກົມແຜນການ-ການຮ່ວມມື ສົມທົບກັບ ຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່, ເຊິ່ງໄດ້ຈັດຂຶ້ນໃນວັນທີ່ 28 ກຸມພາ 2023 ທີ່ເດີ່ນເຕະບານ Ferrari FC, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປຣີຊາ ກັນທະມູນ ຮອງປະທານ ບໍລິສັດ CSE  ແລະ ທ່ານ ປອ. ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເພັດພາພອນ ລັດຖະຈັກ ຮອງຫົວຫນ້າ ຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍທີມງານ ແລະ ນັກກິລາທັງສອງຝ່າຍ.

          ເພື່ອເສີມຂະຫຍາຍມິດຕະພາບ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ສອງອົງກອນ ກໍ່ຄື  ບໍລິສັດ CSE ກັບ ກົມແຜນການ-ການຮ່ວມມື ແລະ ຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່. ການແຂ່ງຂັນໃນຄັ້ງນີ້ໄດ້ແບ່ງອອກເປັນ 4 ທີມ ຄື: CSE ມີ 2 ທີມ (ທີມຍິງ-ຊາຍ) ແລະ ກົມແຜນການ-ການຮ່ວມມື ສົມທົບກັບ ຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັນເປັນ 2 ທີມ (ທີມຍິງ-ຊາຍ).

          ຜົນການແຂ່ງຂັນ ປາກົດວ່າທັງທີມຍິງ ແລະ ທີມຊາຍ ຂອງ ກົມແຜນການ-ການຮ່ວມມື ຮ່ວມກັບ ຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ສາມາດເອົາຊະນະທີມຍິງ-ຊາຍຂອງ CSE ໄປໄດ້ 01:00 ແລະ 06:02 ຕາມລຳດັບ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la