ຕ້ອນຮັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳພາກ

          ໃນວັນທີ 06 ທັນວາ 2022, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳພາກ ທີ່ບ້ານ ຫ້ວຍບັງລຽງ,​ ເມືອງ ປາກຊ່ອງ, ແຂວງ ຈຳປາສັກ ໂດຍໃຫ້ການຕ້ອນຮັບຈາກ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ພ້ອມດ້ວຍຄະນະ.

          ທ່ານ ປຣີຊາ ກັນທະມູນ ຮອງປະທານບໍລິສັດ CSE ຜູ້ຊີ້ນຳຝ່າຍ ກໍ່ສ້າງ ແລະ ພັດທະນາ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳພາກ ເຊິ່ງເລີ່ມກໍ່ສ້າງໂຄງການແຕ່ເດືອນພຶດສະພາ 2022 ແລະ ຄາດວ່າຈະສຳເລັດໃນເດືອນ ທັນວາ 2025 (ໄລຍະການກໍ່ສ້າງ 45 ເດືອນ), ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳພາກມີຄວາມຍາວຂອງອຸໂມງທັງໝົດ 9,6 ກິໂລແມັດ, ສາຍສົ່ງ 22 ກິໂລແມັດ, ກໍາລັງສົ່ງ 115 ກິໂລໂວນ, ເຊື່ອມກັບສະຖານີບ້ານຫຼັກ 25, ພາຍຫຼັງກໍ່ສ້າງສຳເລັດ ຈະມີກຳລັງຕິດຕັ້ງ 168 ເມັກກາວັດ ແລະ ຈະສາມາດຜະລິດກະແສໄຟຟ້າໄດ້ 788 ກິໂລວັດໂມງຕໍ່ປີ, ເຊີ່ງກະແສໄຟທີ່ຜະລິດໄດ້ແມ່ນຈະສົ່ງຂາຍໃຫ້ ຣາຊະອານາ ຈັກກຳປູເຈຍ (EDC), ປະຈຸບັນໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳພາກມີຄວາມຄືບໜ້າແລ້ວ 4,22%.

          ໂຄງການດັ່ງກ່າວ ພັດທະນາໂດຍ ບໍລິສັດ CSE ເຊິ່ງເປັນຜູ້ຖືຮຸ່ນ 80%, ລັດວິສາຫະກິດໄຟຟ້າລາວຖືຫຸ້ນ 15% ແລະ  ບໍລິສັດໂກເບ ກຣີນ ພາວເວີ ຖືຫຸ້ນ 5%, ເປັນໂຄງການທີ່ຕິດພັນກັບການສົ່ງເສີມຂະແໜງພະລັງງານພາຍໃນເພື່ອສົ່ງອອກຂາຍໃຫ້ຕ່າງປະເທດ, ທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ໃນເຂດຊຸມຊົນໃກ້ຄຽງໂຄງການໃຫ້ດີຂຶ້ນ.

 

ອ່ານເພີ່ມເຕີມສຳຫຼັບ ໂຄງການເຂື່ອນໄຟຟ້ານ້ຳພາກ

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la