ບັນດາເຂື່ອນທີ່ຂຶ້ນກັບບໍລິສັດ CSE ຈັດກິດຈະກໍາ ຮ່ວມສະເຫຼີມສະຫຼອງວັນກໍາມະກອນສາກົນ ວັນທີ 01 ພຶດສະພາ ຄົບຮອບ 138 ປີ

  • Home
  • 9
  • ບັນດາເຂື່ອນທີ່ຂຶ້ນກັບບໍລິສັດ CSE ຈັດກິດຈະກໍາ ຮ່ວມສະເຫຼີມສະຫຼອງວັນກໍາມະກອນສາກົນ ວັນທີ 01 ພຶດສະພາ ຄົບຮອບ 138 ປີ

ເນື່ອງໃນໂອກາດ ວັນກໍາມະກອນສາກົນ ຄົບຮອບ 138 ປີ (01 ພຶດສະພາ 1886 – 01 ພຶດສະພາ 2024), ໃນວັນທີ 01 ພຶດສະພາ 2024 ທີ່ຜ່ານມາ ບັນດາເຂື່ອນທີ່ຂຶ້ນກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE) ໄດ້ຈັດກິດຈະກໍາ ແຂ່ງຂັນກິລາບານເຕະ ແລະ ແຂ່ງຂັນກິລາເປຕັງຂຶ້ນ ຢູ່ທີ່ເດີ່ນກິລາພາຍໃນແຄ້ມຂອງຕົນ, ປະກອບມີ: ເຂື່ອນໄຟຟ້ານໍ້າກົງ 2 ແລະ ເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ເມືອງ ພູວົງ, ແຂວງ ອັດຕະປື; ເຂື່ອນໄຟຟ້າເຊນໍ້ານ້ອຍ 1 ຕັ້ງຢູ່ເມືອງ ສາມັກຄີໄຊ, ແຂວງ ຈໍາປາສັກ; ເຂື່ອນໄຟຟ້າເຊນໍ້ານ້ອຍ 6 ຕັ້ງຢູ່ ເມືອງ ປາກຊ່ອງ, ແຂວງ ຈໍາປາສັກ; ເຂື່ອນໄຟຟ້ານໍ້າອີມູນ ຕັ້ງຢູ່ເມືອງ ດາກຈຶງ, ແຂວງ ເຊກອງ ແລະ ເຂື່ອນໄຟຟ້ານໍ້າງຽບ 3 ເອ, ຕັ້ງຢູ່ເມືອງ ຄູນ, ແຂວງ ຊຽງຂວາງ. ທັງນີ້, ກໍເພື່ອຮ່ວມສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ ທັງເປັນການຮັດແໜ້ນຄວາມສາມັກຄີຂອງພະນັກງານພາຍໃນອີກດ້ວຍ.

ສໍາລັບບັນຍາກາດຂອງການຈັດກິດຈະກໍາ ແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຄວາມສຸກ, ເຊິ່ງສອດຄ່ອງກັບນະໂຍບາຍຂອງບໍລິສັດ ໃນການເອົາໃຈໃສ່ພັດທະນາວຽກງານບຸກຄະລາກອນ ຄຽງຄູ່ກັບການປັບປຸງຄຸນະພາບຊີວິດ ແລະ ສະພາບແວດລ້ອມໃນການເຮັດວຽກ ຂອງພະນັກງານ ໃຫ້ມີບັນຍາກາດທີ່ດີ ແລະ ມີປະສິດທິຜົນສູງສຸດ ເພື່ອເຮັດໃຫ້ວຽກງານຂອງອົງກອນ ດໍາເນີນໄປໄດ້ຢ່າງຄ່ອງຕົວ, ມີຄວາມສຸກ ແລະ ຍືນຍົງ.