ເປັນຜູ້ນຳໃນ ສປປ ລາວ ໃນການພັດທະນາພະລັງງານທີ່ສະອາດ ເພື່ອເຊື່ອມໂຍງເຂົ້າສູ່ AEC.

ເປັນຜູ້ນຳໃນ ສປປ ລາວ ໃນການພັດທະນາພະລັງງານທີ່ສະອາດ ເພື່ອເຊື່ອມໂຍງເຂົ້າສູ່ AEC.

ເປັນຜູ້ນຳໃນ ສປປ ລາວ ໃນການພັດທະນາພະລັງງານທີ່ສະອາດ ເພື່ອເຊື່ອມໂຍງເຂົ້າສູ່ AEC.

ພະລັງງານສະອາດ ພາຊາດຈະເລີນ

ເຂົ້າສູ່ເວັບໄຊທ໌

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (ຈຊພ) ສ້າງຕັ້ງຂຶ້ນໃນວັນທີ 16 ມີນາ 2016, ປັດຈຸບັນ ມີທຶນຈົດທະບຽນ 330 ຕື້ກີບ. ບໍລິສັດ ເປັນເຈົ້າຂອງ, ພັດທະນາ, ກໍ່ສ້າງ ແລະ ຜະລິດ ພະລັງງານໄຟຟ້າ ຢູ່ພາຍໃນປະເທດ ຕາມນະໂຍບາຍພັດທະນາເສດຖະກິດ-ສັງຄົມ ແລະ ນະໂຍບາຍການຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານ ສປປ ລາວ. ເພື່ອບັນລຸເປົ້າໝາຍດັ່ງກ່າວ ບໍລິສັດ ໄດ້ເນັ້ນໃສ່ການກໍ່ສ້າງໂຮງງານຜະລິດໄຟຟ້າໃຫ້ໄດ້ມາດຕະຖານລະດັບໂລກ ໄປຄຽງຄູ່ກັບຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຮັກສາສິ່ງແວດລ້ອມ.

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (ຊີ ເອັສ ອີ) ສ້າງຕັ້ງຂຶ້ນໃນວັນທີ 16 ມີນາ 2016, ປັດຈຸບັນ ມີທຶນຈົດທະບຽນ 330 ຕື້ກີບ. ບໍລິສັດ ເປັັນເຈົ້າຂອງ, ເປັນຜູ້ສ້າງຕັ້ງ ແລະ ດຳເນີນການຜະລິດ ພະລັງງານໄຟຟ້າ ຢູ່ພາຍໃນປະເທດ, ໂດຍແນໃສ່ເປົ້າໝາຍ ໃນການຜັນຂະຫຍາຍ ເສດຖະກິດພາຍໃນປະເທດ ແລະ ຫຼຸດຜ່ອນຄວາມທຸກຍາກຢູ່ໃນ ສປປ ລາວ, ໃນການບັນລຸເປົ້າໝາຍນັ້ນແມ່ນ ເນັ້ນໃສ່ການສ້າງໂຮງງານຜະລິດໄຟຟ້າລະດັບໂລກ, ຄຽງຄູ່ກັບການສະໜັບສະໜູນ ເປົ້າໝາຍທາງດ້ານ ສັງຄົມ ແລະ ສິ່ງແວດລ້ອມຕາມແນວທາງປະຕິບັດທີ່ດີທີ່ສຸດກັບສາກົນ.

ທຸລະກິດຂອງພວກເຮົາ

ປັດຈຸບັນ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເປັນຜູ້ລົງທຶນໃນການພັດທະນາ ແລະ ຜະລິດ ພະລັງງານໄຟຟ້ານໍ້າຕົກ ມີທັງໝົດຈໍານວນ 11 ເຂື່ອນ ໃນນັ້ນ ມີ 05 ເຂື່ອນ ທີ່ດໍາເນີນການຜະລິດໄຟຟ້າແລ້ວ, 05 ເຂື່ອນ ທີ່ຢູ່ໃນໄລຍະການກໍ່ສ້າງ ແລະ 01 ເຂື່ອນ ຢູ່ໃນໄລຍະການພັດທະນາ.

ຄວາມຍືນຍົງ

ດ້ວຍປະສົບການ ແລະ ຄວາມສຳເລັດ ໃນການດຳເນີນທຸລະກິດມາຍາວນານ ໃນດ້ານການພັດທະນາໂຄງການ ເຂື່ອນໄຟຟ້າ ພະລັງນໍ້າ, ພະລັງງານແສງຕາເວັນ, ພະລັງງານຄວາມຮ້ອນ, ການພັດທະນາ ແລະ ກໍ່ສ້າງ ໂຄງການພື້ນຖານໂຄງລ່າງ ຂອງພວກເຮົາ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມີຄວາມມຸ່ງໝັ້ນ ໃນການດຳເນີນທຸລະກິດຂອງຕົນ ດ້ວຍຄວາມເອົາໃຈໃສ່ຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ. ພາລະກິດ ແລະ ເປົ້າໝາຍຫຼັກ ຂອງພວກເຮົາ ແມ່ນການຜະລິດຜົນງານທີ່ມີຄຸນນະພາບເປັນເລີດ ແລະ ເປັນປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ເຊິ່ງມີໜ້າທີ່ຮັບຜິດຊອບ ຕໍ່ທຸກພາກສ່ວນ, ສອດຄ່ອງກັບຫຼັກການການຄຸ້ມຄອງບໍລິສັດຂອງພວກເຮົາ ແລະ ສອດຄ່ອງກັບ ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອການພັດທະນາທີ່ຍືນຍົງ.

ຂໍ້ມູນຜູ້ຖືຮຸ້ນ

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ສ້າງຕັ້ງຂຶ້ນໃນວັນທີ 16 ມີນາ 2016, ປັດຈຸບັນມີທຶນຈົດທະບຽນ ມູນຄ່າ 330 ຕື້ກີບ. ບໍລິສັດມີເປົ້າໝາຍລົງທຶນເຂົ້າໃສ່ການພັດທະນາ ແລະ ດໍາເນີນທຸລະກິດ ດ້ານພະລັງງານທີ່ສະອາດ ໃນ ສປປ ລາວ. ຮອດປັດຈຸບັນ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ລົງທຶນເຂົ້າໃນການພັດທະນາ ແລະ ຜະລິດ ພະລັງງານໄຟຟ້ານໍ້າຕົກ ມີທັງໝົດຈໍານວນ 11 ເຂື່ອນ, ໃນນັ້ນ ມີ 05 ເຂື່ອນ ທີ່ດໍາເນີນການຜະລິດໄຟຟ້າແລ້ວ, 05 ເຂື່ອນ ທີ່ຢູ່ໃນໄລຍະການກໍ່ສ້າງ ແລະ 01 ເຂື່ອນ ຢູ່ໃນໄລຍະການພັດທະນາ.

ຄູ່ຮ່ວມທຸລະກິດ

ຂ່າວສານ ແລະ ກິດຈະກຳ

ປະກອບສ່ວນນຳພາກລັດ

18
ມ.ກ.
ບໍລິສັດ ຈະເລີນ ເຊກອງພະລັງງານ ຈຳກັດ ສະໜັບສະໜູນເຄື່ອງອຸປະກອນຮັບໃຊ້ພາຍໃນຫ້ອງການໃຫ້ອົງການກວດກາແຫ່ງລັດ

ບໍລິສັດ ຈະເລີນ ເຊກອງພະລັງງານ ຈຳກັດ ສະໜັບສະໜູນເຄື່ອງອຸປະກອນຮັບໃຊ້ພາຍໃນຫ້ອງການໃຫ້ອົງການກວດກາແຫ່ງລັດ

          ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານອົງການກວດກາແຫ່ງລັດ, ໃນຕອນແລງວັນທີ 18 ມັງກອນ 2023, ບໍລິສັດ ຈະເລີນເຊກອງ ພະລັງງານ (CSE) ຕ່າງໜ້າໂດຍ ທ່ານ ຄຳສານ ສຸວົງ ທີ່ປຶກສາຂອງບໍລິສັດ ໄດ້ມອບເຄື່ອງຄອມພິວເຕີ້ຕັ້ງໂຕະ…

ຂ່າວສານ CSE

17
ພ.ພ.
ພິທີເຊັນສັນຍາ ຊື້-ຂາຍໄຟຟ້າ PPA ລະຫວ່າງ ບໍລິສັດ ຫ້ວຍລະແງ (HLN) ແລະ ລັດວິສາຫະກິດ ໄຟຟ້າຫວຽດນາມ(EVN)

ພິທີເຊັນສັນຍາ ຊື້-ຂາຍໄຟຟ້າ PPA ລະຫວ່າງ ບໍລິສັດ ຫ້ວຍລະແງ (HLN) ແລະ ລັດວິສາຫະກິດ ໄຟຟ້າຫວຽດນາມ(EVN)

          ວັນທີ 17 ພຶດສະພາ 2023 ທີ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE), ໄດ້ມີພິທີເຊັນສັນຍາ ຊື້-ຂາຍ ໄຟຟ້າ ລະຫວ່າງ ບໍລິສັດ ເຂື່ອນໄຟຟ້າ ຫ້ວຍລະແງ (HLN) ແລະ…

ກິດຈະກຳຕ່າງໆ

12
ມ.ກ.
ກິດຈະກຳກິລາເຕະບານມິດຕະພາບ ລະຫວ່າງ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ (DEPP) ຮ່ວມກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE)

ກິດຈະກຳກິລາເຕະບານມິດຕະພາບ ລະຫວ່າງ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ (DEPP) ຮ່ວມກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE)

        ກິດຈະກໍາກິລາບານເຕະຊາຍ, ຍິງ ລະຫວ່າງ ບໍລິສັດ ຈະເລລີນເຊກອງ ພະລັງງານ ຈຳກັດ CSE ແລະ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ DEPP…

ຊ່ວຍເຫຼືອສັງຄົມ

27
​ພ.ຈ.
ໂຄງການ CSE-CSR ນ້ຳງື່ມ3 ສາຍທານນ້ຳໃຈ ຊ່ວຍເຫຼືອພີ່ນ້ອງຫ່າງໄກສອກຫຼີກ ແລະ ຫ່າງໄກ

ໂຄງການ CSE-CSR ນ້ຳງື່ມ3 ສາຍທານນ້ຳໃຈ ຊ່ວຍເຫຼືອພີ່ນ້ອງຫ່າງໄກສອກຫຼີກ ແລະ ຫ່າງໄກ

          ໂຄງການ CSE-CSR ນ້ຳງື່ມ3 ໄດ້ຈັດກິດຈະກຳ ໂຄງການສາຍທານນ້ຳໃຈຊ່ວຍເຫຼືອພີ່ນ້ອງສອກຫຼີກ ແລະ ຫ່າງໄກ ຂຶ້ນໃນລະຫວ່າງວັນທີ 27-28 ພະຈິກ 2022, ນຳໂດຍ ທ່ານ ປຣີຊາ ກັນທະມູນ…

ພວກເຮົາກຳລັງຊອກຫາຜູ້ທີ່ມີຄວາມສາມາດ

ຖ້າທ່ານມີຄວາມກະຕືລືລົ້ນໃນການເຮັດວຽກ ແລະ ສາມາດເຮັດວຽກເປັນສະມາຊິກທີມໄດ້, ສະໝັກເຂົ້າມາເປັນສ່ວນໜຶ່ງຂອງເຮົາໄດ້

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789
headoffice@csenergy.la