ກຸ່ມບໍລິສັດ ຈະເລີນເຊກອງ ຈຳກັດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທົ່ວປະເທດລາວ

  • Home
  • 9
  • ກຸ່ມບໍລິສັດ ຈະເລີນເຊກອງ ຈຳກັດ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທົ່ວປະເທດລາວ

          ຈາກສະພາບຝົນຕົກໜັກໄລຍະຜ່ານມາເຮັດໃຫ້ເກີດມີປະລິມານນໍ້າເພີ່ມສູງຂຶ້ນໄຫຼເຂົ້າຖ້ວມເຮືອນຊານຂອງປະຊາຊົນ, ດິນເຊາະເຈື່ອນ ສ້າງຄວາມເສຍຫາຍຢ່າງຫນັກຫນ່ວງໃຫ້ເເກ່ຖະໜົນຫົນທາງ, ພື້ນຖານໂຄງລ່າງຢູ່ຫລາຍແຂວງ ໃນຂອບເຂດທົ່ວປະເທດ ລວມທັງນະຄອນຫຼວງວຽງຈັນ.

          ໃນວັນທີ 16 ກັນຍາ 2024, ຢູ່ທີ່ຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ ບໍລິສັດ ຈະເລີນເຊກອງ ຈໍາກັດ ໄດ້ມອບເງິນໃຫ້ລັດຖະບານ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ຈໍານວນ 2,000,000,000 ກີບ, ຕາງໜ້າມອບໂດຍ ທ່ານ ລິດສະໝີ ລາດຊະວົງ ຮອງປະທານອາວຸໂສ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ທັງເປັນ ຮອງປະທານສະພາບໍລິຫານ ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ, ທ່ານ ຟອງສະມຸດ ດວງໃຈ ຜູ້ອໍານວຍການ ທະນາຄານ ພັດທະນາລາວ ຈໍາກັດ ພ້ອມຄະນະ, ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ຕາງໜ້າຮັບໂດຍ ທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

          ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຂອບໃຈ ຕໍ່ທຸກພາກສ່ວນ ທີ່ໄດ້ນໍາເອົາວັດຖຸປັດໄຈມາມອບໃຫ້ລັດຖະບານໃນຄັ້ງນີ້, ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເງິນຈໍານວນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທົ່ວປະເທດ ໃຫ້ເກີດປະໂຫຍດສູງສຸດ.