ບໍລິສັດ ຈະເລີນ ເຊກອງພະລັງງານ ຈຳກັດ ມອບອຸປະກອນກິລາ ໃຫ້ກະຊວງປ້ອງກັນຄວາມສະຫງົບ

          ເພື່ອຮັດແໜ້ນຄວາມສາມັກຄີ ສະໜັບສະໜູນການເຄື່ອນໄຫວດ້ານກິລາຂອງອ້າຍນ້ອງກອງບັນຊາການປ້ອງກັນເຄື່ອນທີ່, ໃນວັນທີ  08 ທັນວາ 2022 ທີ່ ກະຊວງປ້ອງກັນຄວາມສະຫງົບ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຫຼື CSE ໄດ້ມອບອຸປະກອນກິລາເປັນຕົ້ນແມ່ນ ຊຸດກິລາ ຈຳນວນ 43 ຊຸດ, ບານສົ່ງ ຈຳນວນ 02 ໜ່ວຍ, ບານເຕະ ຈຳນວນ 02 ໜ່ວຍ, ກະຕໍ້ ຈຳນວນ 3 ໜ່ວຍ ແລະ ລູກເປຕັງ ຈຳນວນ 02 ຊຸດ ລວມມູນຄ່າທັງໝົດ 10,799,000 ກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ ຕ່າງໜ້າມອບໂດຍ ຝ່າຍຫ້ອງການ-ບໍລິຫານ ບໍລິສັດ CSE ແລະ ຕ່າງໜ້າຮັບໂດຍ ທ່ານ ພັທ ພູທອນ ສໍໄພວົງ ຫົວໜ້າກອງພັນຕີພິເສດ.

          ໃນໂອກາດນີ້, ທ່ານ ພັທ ພູທອນ ສໍໄພວົງ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ປະທານ CSE ທີ່ໃຫ້ການອຸປະຖຳ ແລະ ສະໜັບສະໜູນ ຕະຫຼອດມາ ແລະ ຂໍໃຫ້ ທ່ານ ປະທານ ລວມເຖິງ ພະນັກງານ CSE ຈົ່ງມີແຕ່ຄວາມສຸກ ສຸຂະພາບແຂງແຮງ ແລະ ທຸລະກິດຈະເລີນກ້າວໜ້າ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la