CSE ແລະ NT1PC ມອບເງິນສະໜັບສະໜູນກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ເເລະ ກອງປະຊຸມກ່ຽວຂ້ອງລະຫວ່າງວັນທີ 24-27 ກັນຍາ 2024 ທີ່ ສປປ ລາວ ເປັນເຈົ້າພາບ

  • Home
  • 9
  • CSE ແລະ NT1PC ມອບເງິນສະໜັບສະໜູນກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ເເລະ ກອງປະຊຸມກ່ຽວຂ້ອງລະຫວ່າງວັນທີ 24-27 ກັນຍາ 2024 ທີ່ ສປປ ລາວ ເປັນເຈົ້າພາບ

          ໃນວັນທີ 17 ກັນຍາ 2024, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຮ່ວມກັບ ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ (NT1PC) ໄດ້ມອບເງິນສະໜັບສະໜູນກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42, ກອງປະຊຸມທີ່ກ່ຽວຂ້ອງ ແລະ ງານວາງສະແດງດ້ານພະລັງງານຂອງອາຊຽນຄັ້ງທີ 24, ທີ່ຈັດຂຶ້ນລະຫວ່າງວັນທີ 24-27 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ທີ່ກະຊວງ ພະລັງງານ ເເລະ ບໍ່ເເຮ່ ກໍຄື ສປປ ລາວ ເຮົາເປັນເຈົ້າພາບ ຈຳນວນເງິນ 1,000,000,000 ກີບ ຕາງໜ້າມອບໂດຍ ທ່ານ ລິດສະໝີ ລາດຊະວົງ ຮອງປະທານອາວຸໂສ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ທັງເປັນ ຮອງປະທານສະພາບໍລິຫານ ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ພ້ອມຄະນະ, ໃຫ້ກຽດຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ.
          ການມອບເງິນສະໜັບສະໜູນໃນງານສໍາຄັນຄັ້ງນີ້, ທາງ CSE ແລະ NT1PC ເຫັນໄດ້ເຖິງຄວາມສຳຄັນ ໃນການປະກອບສ່ວນເຮັດໃຫ້ວຽກງານກອງປະຊຸມລັດຖະມົນຕີອາຊຽນຄັ້ງທີ 42 ແລະ ກອງປະຊຸມປິ່ນອ້ອມ ປະສົບຜົນສຳເລັດຕາມວັດຖຸປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ຢ່າງຈົບງາມ.