ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນທົດແທນປະຊາຊົນທີ່ໄດ້ຮັບຜົນກະທົບຈາກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ

ໃນວັນທີ 12 ກໍລະກົດ 2020, ຢູ່ທີ່ເຂື່ອນໄຟຟ້ານໍ້າອີມູນ ເມືອງ ດາກຈຶງ ແຂວງ ເຊກອງ ໄດ້ມີພິທີມອບ-ຮັບ ເງິນທົດແທນໃຫ້ແກ່ປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າອີມູນ, ໃຫ້ກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງ ເເຂວງ ເຊກອງ, ທ່ານ ຈັນທະຫນອມ ພົມມະນີ ປະທານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ, ມີທ່ານ ເຈົ້າເມືອງ ເມືອງດາກຈຶງ, ເຈົ້າເມືອງ ເມືອງລະມາມ, ທ່ານຫົວໜ້າພະແນກຊັບພະຍາກອນ ປ່າໄມ້ ແຂວງ, ນາຍບ້ານ ພ້ອມທັງ ຜູ້ຈັດການເຂື່ອນໄຟຟ້ານໍ້າອີມູນ, ພະນັກງານພາຍໃນເຂື່ອນໄຟຟ້ານໍ້າອີມູນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ສຳລັບການມອບ-ຮັບເງິນທົດແທນໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າອີມູນ ໃນຄັ້ງນີ້ ລວມມີ ບ້ານ ຕຣັງບົງ 27 ຄອບຄົວ, ບ້ານຈະລິງ 7 ຄອບຄົວ, ບ້ານດາກໂຈມ 57 ຄອບຄົວ ແລະ ປ່າຊ້າ 1 ຈຸດ ລວມມູນຄ່າຜົນກະທົບທັງໝົດແມ່ນ 400,629,350 ກີບ (ສີ່ຮ້ອຍລ້ານຫົກແສນຊາວເກົ້າພັນສາມຮ້ອຍຫ້າສິບກີບ).

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la