CSE ປະກອບສ່ວນຊຸກຍູ້ ກິດຈະກຳບໍລິຈາກເລືອດ ສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ69 ປີ

  • Home
  • 9
  • CSE ປະກອບສ່ວນຊຸກຍູ້ ກິດຈະກຳບໍລິຈາກເລືອດ ສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ69 ປີ

          ເພື່ອເປັນການປະກອບສ່ວນຊຸກຍູ້ກິດຈະກຳເພື່ອສັງຄົມ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ເຂົ້າຮ່ວມກິດຈະກໍາບໍລິຈາກເລືອດ ແລະ ມອບເງິນຊຸກຍູ້ ຈຳນວນ 30,000,000 ກີບ ໃຫ້ແກ່ສູນກາງສະຫະພັນແມ່ຍິງລາວ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20/07/1955-20/07/2024) ເຊິ່ງຈັດຂຶ້ນໂດຍ ສູນກາງສະພັນແມ່ຍິງລາວ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ພາຍໃຕ້ຄຳຂວັນ “69 ປີມີໄຊ ໃຫ້ເລືອດ ໃຫ້ຊີວິດ” ໃນວັນທີ 18 ກໍລະກົດ 2024 ທີ່ສູນການຄ້າ ໄອເຕັກມໍ ຊັ້ນ 5, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ;  ທ່ານ ດຣ ນາງ ຈີລະພາ ແກ້ວຄຳຜຸຍ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ;  ທ່ານ ສີມອນ ກອງມະນີລາ ຮອງຜູ້ອຳນວຍການຝ່າຍ ຫ້ອງການ-ບໍລິຫານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມພະນັກງານ, ພາກສ່ວນກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

          ພາຍໃນງານ, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການໃຫ້ຄວາມຮູ້ກ່ຽວກັບການບໍລິຈາກເລືອດ ແລະ ການຮັກສາສຸຂະພາບຂອງແມ່ຍິງ, ເຊິ່ງການບໍລິຈາກເລືອດໃນຄັ້ງນີ້ ເປັນໜຶ່ງໃນກິດຈະກຳ ຂອງການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ເພື່ອເປັນການຊ່ວຍເຫຼືອ ແລະ ກອບກູ້ຊິວິດເພື່ອນມະນຸດດ້ວຍກັນທີ່ຍັງຕ້ອງການເລືອດ ຢູ່ຕາມໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ. ການບໍລິຈາກເລືອດໃນຄັ້ງນີ້ ຈັດຂຶ້ນໃນເວລາ 08:00-16:00 ໂມງ ຂອງວັນດຽວກັນ.