CSE ຊຸກຍູ້ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປະຈຳປີ 2024 ໃຫ້ແກ່ ຄະນະວິທະຍາສາດສິ່ງແວດລ້ອມ (ມຊ)

  • Home
  • 9
  • CSE ຊຸກຍູ້ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປະຈຳປີ 2024 ໃຫ້ແກ່ ຄະນະວິທະຍາສາດສິ່ງແວດລ້ອມ (ມຊ)

ເພື່ອເສີ່ມຂະຫຍາຍ ແລະ ຮັດແໜ້ນຄວາມຮັກແພງລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ( CSE) ແລະ ບໍລິສັດ Pricewaterhouse Coopers Lao (PWC) ໃຫ້ແໜ້ນແຟ້ນຍິງຂຶ້ນ ໃນວັນທີ 26 ກໍລະກົດ 2024, ເວລາ 16:30-20:00 ຈຶ່ງໄດ້ຈັດກິດຈະກຳແຂ່ງຂັນ ຕີດອກປີກໄກ່ມິດຕະພາບ ຊາຍ, ຍິງ, ຄູ່ປະສົມ ຂຶ້ນ, ທີ່ເດີ່ນຕີດອກປີກໄກ່ Settha Badminton Club,  ໃຫ້ກຽດເຂົ້າຮ່ວມຕາງໜ້າ PWC ໂດຍທ່ານ ສັນຍາ ຣັດຕະນະວິບູນ ແລະ ທ່ານ ອາເມັກ ວິໄລສານ, ແລະ ຕາງໜ້າ CSE ໂດຍ ທ່ານ ນ. ຈຸລາລັກ ພຣະວໍລະໄຊ ຮອງຜູ້ອໍານວຍການຝ່າຍກວດສອບພາຍໃນ ບໍລິສັດ CSE ພ້ອມດ້ວຍທີມງານ ແລະ ນັກກິລາທັງສອງຝ່າຍ. ພາຍຫຼັງກິດຈະກຳແຂ່ງຂັນຕີດອກປີກໄກ່ແລ້ວ, ກໍ່ຍັງໄດ້ຈັດພາເຂົ້າສາມັກຂີຮ່ວມກັນ ເຮັດໃຫ້ພະນັກງານທັງສອງບໍລິສັດ ຖືໂອກາດທໍາຄວາມຮູ້ຈັກ, ສະນິດສະໜົມກັນຫຼາຍຍິ່ງຂຶ້ນ.