ພາບບັນຍາກາດການສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຂອງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ທົ່ວລະບົບ

  • Home
  • 9
  • ພາບບັນຍາກາດການສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຂອງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ທົ່ວລະບົບ

          ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ຄົບຮອບ 100 ປີ (ວັນທີ 01/06/1924-01/06/2024) ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (01/06/1980-01/06/2024) ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ສໍານັກງານໃຫຍ່ ແລະ ບັນດາເຂື່ອນທີ່ຂຶ້ນກັບ ໄດ້ຈັດຫຼາຍກິດຈະກໍາ ເພື່ອຮ່ວມສະເຫຼີມສະຫຼອງວັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ ການມອບອຸປະກອນເຄື່ອງປໍ້າຫົວໃຈເດັກນ້ອຍໃຫ້ກັບໂຮງໝໍຂອງລັດຢູ່ນະຄອນຫຼວງວຽງຈັນ, ກິດຈະກໍາປູກຕົ້ນໄມ້, ການແຂ່ງຂັນກິລາພາຍໃນ, ກິດຈະກໍາມອບເຄື່ອງກິລາ-ອຸປະກອນການຮຽນ ໃຫ້ແກ່ນ້ອງນັກຮຽນ ໃນເຂດໃກ້ຄຽງເຂື່ອນ-ໂຄງການ.

1. ພາບພິທີມອບ-ຮັບ ເງິນຊຸກຍູ້ 30,000 ໂດລາ ໃຫ້ກະຊວງສາທາລະນະສຸກ ແລະ ພາບຮັບໃບກຽດຕິຄຸນ

          ພິທິມອບ-ຮັບ ເຄື່ອງປໍ້າຫົວໃຈເດັກນ້ອຍໃຫ້ກັບໂຮງໝໍຂອງລັດຢູ່ນະຄອນຫຼວງວຽງຈັນ ມູນຄ່າ 30,000 ໂດລາ, ເນື່ອງໃນວັນເດັກນ້ອຍເດັກນ້ອຍສາກົນ, ຕາງໜ້າ CSE ມອບ ໂດຍ ທ່ານ ໄຊຍະເດດ ສຸກສະຫວັດ ຜູ້ອໍານວຍການ ບໍລິສັດ CSE, ຕາງໜ້າຮັບໂດຍ ທ່ານ ດຣ ສະໜອງ ທອງສະນະ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ.

2. ພາບມອບ-ຮັບ ເງິນຊຸກຍູ້ ກິດຈະກໍາປູກຕົ້ນໄມ້ 50,000,000 ກີບ ໃຫ້ແກ່ ກົມປ່າໄມ້, ກະຊວງກະສິກໍາ-ປ່າໄມ້ ແລະ ພາບຮັບໃບກຽດຕິຄຸນ

ພິທິມອບ-ຮັບເງິນຊຸກຍູ້ກິດຈະກໍາປູກຕົ້ນໄມ້ ໃຫ້ກົມປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້ ທີ່ຈັດຂຶ້ນຢູ່ ເຂດບ້ານ ໂພສີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ລວມມູນຄ່າ 50,000,000 ກີບ, ຕາງໜ້າ ບໍລິສັດ CSE ມອບໂດຍ ທ່ານ ລິດສະໝີລາດຊະວົງ ຮອງປະທານ ອາວຸໂສ ບໍລິສັດ CSE, ຕາງໜ້າຮັບໂດຍ ທ່ານ ຮສ. ປອ. ສົມຫວັງ ພິມມະວົງ ຫົວໜ້າກົມປາໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້.

3. ພາບມອບ-ຮັບ ເງິນຊຸກຍູ້ ກິດຈະກໍາປູກຕົ້ນໄມ້ 6,000,000 ກີບ ໃຫ້ແກ່ຫ້ອງການກະສິກໍາ-ປ່າໄມ້ ເມືອງປາກງື່ມ ແລະ ພາບຮັບໃບກຽດຕິຄຸນ

          ພິທິມອບ-ຮັບເງິນຊຸກຍູ້ພິທີປູກຕົ້ນໄມ້ປະດັບແຄມທາງເບຕົງ ໜອງບົວທອງ-ໝາກຮຽວ ມູນຄ່າ 6,000,000 ກີບ, ຕາງໜ້າ CSE ມອບໂດຍ ທ່ານ ສົມສະໜິດ ຈິດມະນີ, ຫົວໜ້າຝ່າຍ ສິ່ງແວດລ້ອມ-ສັງຄົມ ບໍລິສັດ CSE, ຕາງໜ້າຮັບໂດຍ ທ່ານ ຄໍາໜູນ ຕຽງທະລາ ເຈົ້າເມືອງ ເມືອງ ປາກງື່ມ.

4. ພາບກິດຈະກໍາ ປູກຕົ້ນໄມ້, ມອບເຄື່ອງ, ແຂ່ງກິລາ ແລະ ສັງສັນ ຂອງບັນດາເຂື່ອນ ທັງ 7 ເຂື່ອນ) ພ້ອມຄໍາບັນຍາຍບາຍຮູບພາບ ຂອງແຕ່ລະເຂື່ອນ

– ເຂື່ອນໄຟຟ້າເຊນໍ້ານ້ອຍ1 ແລະ ເຂື່ອນໄຟຟ້າເຊນໍ້ານ້ອຍ6

– ເຂື່ອນໄຟຟ້ານໍ້າກົງ2

– ເຂື່ອນໄຟຟ້ານໍ້າກົງ3

– ເຂື່ອນໄຟຟ້ານໍ້າງຽບ3ເອ

– ໂຄງການເຂື່ອນໄຟຟ້ານໍ້າອີມູນ

– ໂຄງການເຂື່ອນໄຟຟ້ານໍ້າພາກ

          ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເລັ່ງເຫັນວ່າ ການເຕີບໂຕຂອງທຸລະກິດ ຕ້ອງຄຽງຄູ່ໄປກັບ ການມີສ່ວນຮ່ວມ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງສອດຄ່ອງກັບນະໂຍບາຍຂອງບໍລິສັດ ໃນການດໍາເນີນທຸລະກິດດ້ານພະລັງງານທີ່ສະອາດ, ຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເພື່ອການພັດທະນາ ແລະ ຂະຫຍາຍທຸລະກິດ ແບບຍືນຍົງ.