ພິທີເຊັນສັນຍາ MOA ແລະ MOU ຮ່ວມມືພັດທະນາ ໂຄງການຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ (REDD+)

  • Home
  • 9
  • ພິທີເຊັນສັນຍາ MOA ແລະ MOU ຮ່ວມມືພັດທະນາ ໂຄງການຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ (REDD+)
ໃນວັນທີ 25 ມິຖຸນາ 2024 ທີ່ໂຮງແຮມ ສຸພັດຕຣາ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ “ການຮ່ວມມືພັດທະນາ (MOA) ແລະ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດ ຈະເລີນເຊກອງ ຄາບອນ ຈຳກັດ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ, ທ່ານ ເພັດ ພົມພິທັກ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍບັນດາທ່ານ ຮອງລັດຖະມົນຕີ, ທ່ານ ເຈົ້າແຂວງ-ຮອງເຈົ້າແຂວງ, ຄະນະກົມ, ພະແນກທີ່ກ່ຽວຂ້ອງ, ຄະນະຜູ້ບໍລິຫານ ບໍລິສັດ ຈະເລີນເຊກອງ ຄາບອນ ຈຳກັດ, ບໍລິສັດ ວາລຸນ່າ ປະເທດໄທ ຈຳກັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະພິທີດັ່ງກ່າວ ປະກອບມີ 1) ການເຊັນສັນຍາຮ່ວມມືພັດທະນາ (MOA) ໂຄງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງ ກະສິກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ຈະເລີນເຊກອງ ຄາບອນ ຈໍາກັດ (ໄລຍະ 2); 2) ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ (REED+) (ໄລຍະ 3) ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໂດຍ ກົມປ່າໄມ້ ແລະ ກົມແຜນການ ແລະ  ການຮ່ວມມື ຮ່ວມກັບ ບໍລິສັດ ຈະເລີນເຊກອງ ຄາບອນ ຈຳກັດ; ແລະ 3) ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອປຶກສາຫາລື ແລະ ຄົ້ນຄວ້າ ໃນການສ້າງຕັ້ງບໍລິສັດ ຮ່ວມມື ໃນການຄຸ້ມຄອງ ການຊື້-ຂາຍ ສິນເຊື່ອກາກບອນ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໂດຍ ກົມແຜນການ ແລະ ການຮ່ວມມື, ກົມປ່າໄມ້ ຮ່ວມກັບ ບໍລິສັດ ຈະເລີນເຊກອງ ຄາບອນ ຈໍາກັດ ເພື່ອສືບຕໍ່ສະໜັບສະໜູນການກໍານົດເງື່ອນໄຂ ແລະ ສ້າງນິຕິກໍາໃຕ້ກົດໝາຍທີ່ຈໍາເປັນ ສໍາລັບການພັດທະນາໂຄງການສິນເຊື່ອກາກບອນປ່າໄມ້ ໃນການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ (REDD+) ໄປຄຽງຄູ່ກັບການຟື້ນຟູ, ປູກຕົ້ນໄມ້ ແລະ ບູລະນະປ່າໄມ້ (APP) ໃນພື້ນທີ່ເປົ້າໝາຍຂອງໂຄງການ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງໃນເຂດປ່າປ້ອງກັນແຫ່ງຊາດ 3 ແຫ່ງຄື: ປ່າປ້ອງກັນແຫ່ງຊາດຍອດນໍ້າພູພຽງບໍລິເວນ (ກວມເອົາແຂວງຈໍາປາສັກ, ແຂວງສາລະວັນ, ແຂວງອັດຕະປື); ປ່າປ້ອງກັນແຫ່ງຊາດ ແຫຼ່ງນໍ້າກົງ-ເຊຊຸ (ແຂວງ ອັດຕະປື) ແລະ ປ່າປ້ອງກັນແຫ່ງຊາດ ນໍ້າເຊກອງ-ເຊຂະໝານ (ແຂວງເຊກອງ).

ການເຊັນສັນຍາຮ່ວມມືໃນຄັ້ງນີ້ ແມ່ນເປັນບາດກ້າວສຳຄັນ ຂອງໂຄງການ ທີ່ຈະຊ່ວຍປົກປັກຮັກສາ ແລະ ຟື້ນຟູປ່າໄມ້ ໂດຍສະເພາະ ໃນເຂດທີ່ໄດ້ຮັບອະນຸຍາດ ໃຫ້ປະສົບຜົນສຳເລັດ ແລະ ມີຄວາມຍືນຍົງ ຊ່ວຍເພີ່ມພື້ນທີ່ການປົກຫຸ້ມຂອງປ່າໄມ້ ໃນຂອບເຂດທົ່ວປະເທດ, ສ້າງຄຸນຄ່າທາງດ້ານເສດຖະກິດ, ສ້າງອາຊີບໃຫ້ແກ່ປະຊາຊົນບັນດາເຜົ່າ ຢູ່ທ້ອງຖິ່ນ ໃຫ້ມີລາຍຮັບທີ່ໝັ້ນຄົງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ພ້ອມດຽວກັນ, ກໍຈະເປັນອີກທ່າແຮງໜຶ່ງ ທີ່ເຮັດໃຫ້ ສປປ ລາວ ມີບົດບາດສຳຄັນໃນການປະກອບສ່ວນຈັດຕັ້ງປະຕິບັດພັນທະຂອງຕົນ ໃນເວທີພາຄີສາກົນ ເປັນຕົ້ນແມ່ນ ການປະຕິບັດພັນທະປະເທດພາຄີ ຂອງສົນທິສັນຍາສາກົນ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຂອງອົງການສະຫະປະຊາຊາດ ຫຼື UNFCCC ແລະ ຂໍ້ຕົກລົງປາຣີສ (Paris Agreement) ທີ່ຈະຊ່ວຍຮັກສາອຸນຫະພູມສະເລ່ຍຂອງໂລກບໍ່ໃຫ້ເພີ່ມຂຶ້ນເກີນລະດັບ 2 ອົງສາ ອີກດ້ວຍ.