ບຸກຄະລາກອນ

ບຸກຄະລາກອນ ແມ່ນກຳລັງຕົ້ນຕໍ ໃນການຂັບເຄື່ອນອົງກອນ, ດັ່ງນັ້ນ ການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ທຸກລະດັບ ແມ່ນເປັນປັດໄຈຫຼັກ ທີ່ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ໄດ້ໃຫ້ຄວາມສຳຄັນ ແລະ ຊຸກຍູ້ໃຫ້ມີການພັດທະນາ ຢ່າງເປັນຮູບປະທຳ. ຄຽງຄູ່ກັບການຍົກລະດັບພະນັກງານ ກໍ່ໄດ້ມີການປັບປຸງສະພາບແວດລ້ອມໃນການເຮັດວຽກໃຫ້ມີບັນຍາກາດ ແລະ ມີປະສິດທິຜົນສູງສຸດ. ເປີດກວ້າງ ແລະ ສົ່ງເສີມໃຫ້ພະນັກງານ ໄດ້ສະແດງຄໍາຄິດ ຄໍາເຫັນຢ່າງກວ້າງຂວາງເພື່ອຄັດເລືອກເອົາແນວຄິດທີ່ດີເລີດ ເພື່ອຜັນຂະຫຍາຍໃຫ້ເປັນວັດທະນະທຳຂອງອົງກອນໃນອະນາຄົດ.

  • 1

    ຄັດເລືອກພະນັກງານທີ່ດີເດັ່ນ ແລະ ມີເງື່ອນໄຂຄົບຖ້ວນ ເພື່ອສືບທອດ-ປ່ຽນແທນ.

  • 2

    ລົງທຶນເຂົ້າໃນການ ພັດທະນາ ຊັບພະຍາກອນບຸກຄົນຢ່າງຕໍ່ເນື່ອງ.

  • 3

    ສະໜັບສະໜູນ ພະນັກງານ ໃຫ້ຮຽນຮູ້ວຽກຂອງບໍລິສັດ ຢ່າງຮອບດ້ານ ເພື່ອຮັບປະກັນ ໃຫ້ລະບົບການເຮັດວຽກພາຍໃນອົງກອນ ໃຫ້ດຳເນີນໄປຢ່າງຄ່ອງຕົວ ແລະ ມີປະສິດທິພາບ.

  • 4

    ສ້າງແຜນຝຶກອົບຮົມ ພະນັກງານຢ່າງຕໍ່ເນື່ອງ ແລະ ສະໝໍ່າສະເໝີ.