ກອງປະຊຸມ ສະຫຼຸບການເຄື່ອນໄຫວທຸລະກິດ ປະຈຳປີ 2019 ແລະ ຜ່ານທິດທາງແຜນການດຳເນີນທຸລະກິດປະຈຳປີ 2020

ມ.ກ. 24, 2020 | ຂ່າວສານ

  • Home
  • /
  • ກອງປະຊຸມ ສະຫຼຸບການເຄື່ອນໄຫວທຸລະກິດ ປະຈຳປີ 2019 ແລະ ຜ່ານທິດທາງແຜນການດຳເນີນທຸລະກິດປະຈຳປີ 2020

ກອງປະຊຸມ ສະຫຼຸບການເຄື່ອນໄຫວທຸລະກິດ ປະຈຳປີ 2019 ແລະ ຜ່ານທິດທາງແຜນການດຳເນີນທຸລະກິດປະຈຳປີ 2020 ຂອງບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ແລະ ບັນດາບໍລິສັດໃນເຄືອ.  ໄດ້ຈັດຕັ້ງຂຶ້ນ ໃນວັນທີ 24 ມັງກອນ 2020 ທີ່ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ທີ່ບ້ານລົ່ມສັກເໜືອ, ເມືອງ ບາຈຽງຈະເລີນສຸກ, ແຂວງ ຈຳປາສັກ.  ໃຫ້ກຽດເປັນປະທານຂອງປະຊຸມໂດຍ ທ່ານ ຈັນທະໜອມ ພົມມະນີ ປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ເຂົ້າຮ່ວມໂດຍ ບັນດາຄະນະຜູ້ບໍລິຫານງານຂອງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ບໍລິສັດ ຊີເອັສຊີ ຄອມເພລັກ ເຊິ່ງເປັນບໍລິສັດ ໃນເຄືອຂອງບໍລິສັດຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ.​ ກອງປະຊຸມໄດ້ສະຫຼຸບຜົນການດຳເນີນງານທັງໝົດທີ່ຜ່ານມາໃນປີ 2019 ແລະ ຜ່ານທິດທາງແຜນການດຳເນີນງານໃນປີ 2020 ເພື່ອໃຫ້ບັນລຸເປົ້າໝາຍທີ່ຄາດໄວ້.