ໂຄງການ CSE-CSR ນ້ຳງື່ມ3 ສາຍທານນ້ຳໃຈ ຊ່ວຍເຫຼືອພີ່ນ້ອງຫ່າງໄກສອກຫຼີກ ແລະ ຫ່າງໄກ

          ໂຄງການ CSE-CSR ນ້ຳງື່ມ3 ໄດ້ຈັດກິດຈະກຳ ໂຄງການສາຍທານນ້ຳໃຈຊ່ວຍເຫຼືອພີ່ນ້ອງສອກຫຼີກ ແລະ ຫ່າງໄກ ຂຶ້ນໃນລະຫວ່າງວັນທີ 27-28 ພະຈິກ 2022, ນຳໂດຍ ທ່ານ ປຣີຊາ ກັນທະມູນ ຜູ້ອຳນວຍການ ໂຄງການໃຫຍ່ ບໍລິສັດ ໄຟຟ້ານ້ຳງື່ມ 3 ແລະ ຮອງປະທານບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຫຼື CSE ພ້ອມດ້ວຍຄະນະ ຈາກ ບໍລິສັດ CSE ແລະ ບໍລິສັດ ໄຟຟ້ານ້ຳງື່ມ 3 ຈຳກັດ, ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ພີ່ນ້ອງປະຊາຊົນ ກໍ່ຄືນ້ອງນັກຮຽນທີ່ຢູ່ເຂດຫ່າງໄກສອກຫຼີກ ລວມມູນຄ່າທັງໝົດ 87,214,500 ກີບ.

          ວັນທີ 27 ພະຈິກ 2022, ມອບອຸປະກອນການຮຽນ, ຜ້າຫົ່ມ ແລະ ຂ່າວສານອາຫານແຫ້ງ ໃຫ້ປະຊາຊົນ ຈຳນວນ 30 ຊຸດ ມູນຄ່າ 15,050,000 ກີບ, ອຸປະກອນການຮຽນ ສຳຫຼັບນັກຮຽນ ຈຳນວນ 872 ຊຸດ ມູນຄ່າ 11,248,000 ກີບ ແລະ ອຸປະກອນກິລາ ໃຫ້ໂຮງຮຽນ ຈຳນວນ 02 ຊຸດ ມູນຄ່າ 10,946,000 ກີບ ລວມທັງໝົດ 37,244,000 ກີບ ທີ່ໂຮງຮຽນ ມັດທະຍົມສົມບູນ ບ້ານລ້ອງແຈ້ງ, ບ້ານ ລ້ອງແຈ້ງ, ເມືອງ ລ້ອງແຈ້ງ, ແຂວງ ໄຊສົມບູນ.

          ວັນທີ 28 ພະຈິກ 2022, ມອບຜ້າຫົ່ມ ແລະ ເສື້ອກັນໜາວ ສຳຫຼັບຄູອາຈານ ຈຳນວນ 19 ຊຸດ ມູນຄ່າ 5,462,500 ກີບ, ຜ້າຫົ່ມ ແລະ ເສື້ອກັນໜາວ ສຳຫຼັບນັກຮຽນ ຈຳນວນ 263 ຊຸດ ມູນຄ່າ 33,055,000 ກີບ, ອຸປະກອນການຮຽນ ສຳຫຼັບນັກຮຽນ ຈຳນວນ 263 ຊຸດ ມູນຄ່າ 5,042,000 ກີບ ແລະ ອຸປະກອນກິລາ ໃຫ້ໂຮງຮຽນ ຈຳນວນ 01 ຊຸດ ມູນຄ່າ 6,411,000 ກີບ ລວມທັງໝົດ 49,970,500 ກີບ ທີ່ໂຮງຮຽນ ອະນຸບານ – ປະຖົມສົມບູນ – ມັດທະຍົມຕອນຕົ້ນ ຊຽງແດດ, ບ້ານ ຊຽງແດດ, ເມືອງ ພູກູດ, ແຂວງ ຊຽງຂວາງ ຊຶ່ງຫ່າງຈາກເມືອງ ບ້ານລ້ອງແຈ້ງ 180 ກິໂລແມັດ.

          ໂຄງການ ສາຍທານນ້ຳໃຈ ຊ່ວຍເຫຼືອພີ່ນ້ອງສອກຫຼີກ ແລະ ຫ່າງໄກ (CSE-CSR) ເປັນໂຄງການຊ່ວຍເຫຼືອ ທີ່ໄດ້ຮັບການສະໜັບສະໜູນ ຈາກ ບໍລິສັດ CSE, ບໍລິສັດ CSG, ບໍລິສັດ ຕົ້ນນ້ຳ ແລະ ບໍລີສັດ ໄຟຟ້າ ນ້ຳງື່ມ ເປັນຫຼັກ ແລະ ຜູ້ມີຈິດສັດທາຮ່ວມສົມທົບ ເພື່ອຊ່ວຍເຫຼືອພີ່ນ້ອງປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la