ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE) ມອບເງິນຊ່ວຍເຫຼືອ ເພື່ອແກ້ໄຂຜົນກະທົບຈາກໄພພິບັດ ທາງທຳມະຊາດ ໃຫ້ແກ່ ລັດຖະບານ ສປປ. ລາວ

          ໃນວັນທີ 08 ສິງຫາ 2023 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບໍ​ລິ​ສັດ ຈ​ະ​ເລີນ​ເຊກອງ ພະ​ລັງ​ງານ ຈຳ​ກັດ (CSE) ໄດ້ມອບເງິນຊ່ວຍເຫຼືອ ຈໍານວນ 1.000.000.000 ກີບ ໃຫ້ກັບລັດຖະບານ ສປປ. ລາວ ເພື່ອແກ້ໄຂຜົນກະທົບຈາກໄພພິບັດທາງທໍາມະຊາດທີ່ເກີດຂຶ້ນ, ເປັນກຽດຮັບ​ໂດຍ ​ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຕາງໜ້າມອບໂດຍ ​​ທ່ານ ສົມສະໜິດ ສຸວັນນະລາດ ຮອງ​ປະ​ທານ ບໍລິສັດ CSE ແລະ ທ່ານ ສີທົງ ຈິດໂຍທິນ ທີ່ປຶກສາ ບໍລິສັດ CSE.

          ສະພາບຜົນກະທົບຈາກໄພນໍ້າຖ້ວມໃນປີນີ້ ແມ່ນໜັກໜ່ວງ ໂດຍເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເນື່ອງຈາກສະພາບຝົນຕົກຕິດຕໍ່ກັນຫຼາຍວັນໃນຫຼາຍພື້ນທີ່ຂອງ ສປປ ລາວ ເຮັດໃຫ້ລະດັບນໍ້າເພີ່ມສູງຂຶ້ນຢ່າງໄວວາ ແລະ ໄຫຼເຂົ້າຖ້ວມເຮືອນຊານ, ເນື້ອທີ່ທຳການຜະລິດ, ສັດລ້ຽງ ແລະ ຊັບສິນ ຂອງປະຊາຊົນ, ໄດ້ເກີດມີດິນເຊາະເຈື່ອນ, ເສັ້ນທາງຫຼາຍສາຍຖືກຕັດຂາດ ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດຊັບສິນຂອງປະຊາຊົນ. ຕໍ່ກັບເຫດການອຸທົກກະໄພໃນຄັ້ງນີ້, ບໍລິສັດ CSE ກໍມີຄວາມເປັນຫ່ວງເປັນໄຍ ແລະ ຂໍເປັນສ່ວນໜຶ່ງຮ່ວມແບ່ງປັນນໍ້າໃຈ ຊ່ວຍເຫຼືອຜູ້ປະສົບໄພ ດ້ວຍການປະກອບສ່ວນເປັນເງິນໃຫ້ແກ່ລັດຖະບານ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອອຸທົກກະໄພທີ່ເກີດຂຶ້ນ.

          ໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ພາກສ່ວນຕ່າງໆ ກໍຄືບໍລິສັດ CSE ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເຟື້ອເຜື່ອແຜ່ ໃຫ້ການຊ່ວຍເຫຼືອຕໍ່ບັນດາຜູ້ປະສົບອຸທົກກະໄພໃນຄັ້ງນີ້, ຖືເປັນການເສຍສະຫຼະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມກັນນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ການຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດ ດ້ວຍຄວາມໂປ່ງໃສ, ແທດເຖິງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la