ບໍລິສັດ ຈະເລີນ ເຊກອງພະລັງງານ ຈຳກັດ ສະໜັບສະໜູນເຄື່ອງອຸປະກອນຮັບໃຊ້ພາຍໃນຫ້ອງການໃຫ້ອົງການກວດກາແຫ່ງລັດ

ມ.ກ. 18, 2023 | ປະກອບສ່ວນນຳພາກລັດ

  • Home
  • /
  • ບໍລິສັດ ຈະເລີນ ເຊກອງພະລັງງານ ຈຳກັດ ສະໜັບສະໜູນເຄື່ອງອຸປະກອນຮັບໃຊ້ພາຍໃນຫ້ອງການໃຫ້ອົງການກວດກາແຫ່ງລັດ

          ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານອົງການກວດກາແຫ່ງລັດ, ໃນຕອນແລງວັນທີ 18 ມັງກອນ 2023, ບໍລິສັດ ຈະເລີນເຊກອງ ພະລັງງານ (CSE) ຕ່າງໜ້າໂດຍ ທ່ານ ຄຳສານ ສຸວົງ ທີ່ປຶກສາຂອງບໍລິສັດ ໄດ້ມອບເຄື່ອງຄອມພິວເຕີ້ຕັ້ງໂຕະ Lenovo Think Centre ພ້ອມອຸປະກອນຄົບຊຸດ ຈຳນວນ 02 ຊຸດ ແລະ ປິນເຕີ້ Brother MFC-T920DW ຈຳນວນ 02 ເຄື່ອງ ລວມມູນຄ່າທັງໝົດ 44,500,000 ກີບ, ເຊິ່ງໃຫ້ກຽດຮັບໂດຍ ທ່ານ ອາລິສັກ ພົມປິດາ ຫົວໜ້າຫ້ອງການຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.

          ໃນໂອກາດນີ້, ທ່ານ ອາລິສັກ ພົມປິດາ ໄດ້ສະແດງຄວາມຂອບໃຈມາຍັງ ຄະນະບໍລິຫານງານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ທີ່ໄດ້ຮັບການສະໜັບສະໜູນອຸປະກອນຄອມພິວເຕີ້ໃນຄັ້ງນີ້, ເຊິ່ງມີຄວາມຈຳເປັນທີ່ສຸດໃນການຍົກສູງຄຸນະພາບການເຮັດວຽກຂອງພະນັກງານ, ໃນຕໍ່ໜ້າຄະນະຈະນຳໄປໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ອວຍພອນມາຍັງ ຄະນະບໍລິຫານ ແລະ ຄະນະທີ່ປຶກສາ ຂອງບໍລິສັດ CSE ສືບຕໍ່ດຳເນີນທຸລະກິດໃຫ້ໄດ້ຮັບຜົນກຳໄລປະກອບສ່ວນຄັບເຄື່ອນເສດຖະກິດ, ສ້າງສາພັດທະນາປະເທດຊາດກາຍເປັນບໍລິສັດນໍາພາດ້ານພະລັງງານສະອາດຕາມແນວທາງທິດຄາດໝາຍເອົາໄວ້.

Artboard 47 copy 9
Artboard 47 copy 10
Artboard 47 copy 6
Artboard 47 copy
Artboard 47

Previous
Next