ກິດຈະກຳກິລາເຕະບານມິດຕະພາບ ລະຫວ່າງ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ (DEPP) ຮ່ວມກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE)

ມ.ກ. 12, 2023 | ກິດຈະກຳ

  • Home
  • /
  • ກິດຈະກຳກິລາເຕະບານມິດຕະພາບ ລະຫວ່າງ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ (DEPP) ຮ່ວມກັບ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE)

        ກິດຈະກໍາກິລາບານເຕະຊາຍ, ຍິງ ລະຫວ່າງ ບໍລິສັດ ຈະເລລີນເຊກອງ ພະລັງງານ ຈຳກັດ CSE ແລະ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ DEPP ທີ່ເດີ່ນເຕະບານ Ferrari FC ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂຶ້ນໃນວັນທີ່ 12 ມັງກອນ 2023, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ (DEPP) ແລະ ທ່ານ ກຣິດ ພົນຣັດ ຮອງ ຜູ້ອຳນວຍການ ຝ່າຍ ຄວບຄຸມການຜະລິດ ແລະ ບຳລຸງຮັກສາ ບໍລີສັດ CSE ພ້ອມດ້ວຍທີມງານ ແລະ ນັກກິລາທັງສອງຝ່າຍ.

Artboard 47 copy 7
Artboard 47 copy 15
Artboard 47 copy 11
Artboard 47 copy 12
Artboard 47 copy 8

Previous
Next

          ກິດຈະກຳແຂ່ງຂັນກິລາບານເຕະໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ ປີ 2023, ທັງຍັງເປັນການເສີມຂະຫຍາຍມິດຕະພາບ – ຄວາມຮັກແພງ ລະຫວ່າງ ສອງອົງກອນ ກໍ່ຄື ກົມ DEPP ແລະ ບໍລິສັດ CSE ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ສຳຫຼັບຜົນການແຂ່ງຂັນ ທີມຍິງແມ່ນທີມນັກກິລາຂອງ DEPP ສາມາດເອົາຊະນະ ທີມ CSE ໄປໄດ້ 02:00 ແລະ ທີມຊາຍ ແມ່ນສະເໝີກັນຢູ່ທີ່ 01:01.

Artboard 47
Artboard 47 copy 10
Artboard 47 copy 9
Artboard 47 copy

Previous
Next