ກິດຈະກຳກິລາເຕະບານມິດຕະພາບ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຮ່ວມກັບ ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE)

ສ.ຫ. 11, 2023 | ກິດຈະກຳ

  • Home
  • /
  • ກິດຈະກຳກິລາເຕະບານມິດຕະພາບ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຮ່ວມກັບ ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE)

            ກິດຈະກໍາກິລາບານຊາຍ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ແລະ ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE), ເຊິ່ງໄດ້ຈັດຂຶ້ນໃນວັນທີ່ 14 ສິງຫາ 2023 ທີ່ເດີ່ນເຕະບານວິກຕໍລີ (ນະຄອນຫຼວງ), ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳແສນ ສະໝຸດວົງສາ ຮອງຜູ້ອໍານວຍການ ບໍລິສັດ CSE ແລະ ທ່ານ ວິລະສັກ ຈູນດາລາ ຫົວໜ້າກົມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ MONRE ແລະ ພ້ອມດ້ວຍທີມງານ ແລະ ນັກກິລາທັງສອງຝ່າຍ.

            ກິດຈະກຳແຂ່ງຂັນບານເຕະໃນຄັ້ງນີ້ ຖືກຈັດເພື່ອເສີມຂະຫຍາຍມິດຕະພາບ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ສອງອົງກອນ ກໍ່ຄື ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ MONRE ແລະ CSE ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ສ່ວນຜົນການແຂ່ງຂັນແມ່ນ ທີມກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ MONRE ສາມາດເອົາຊະນະ ທີມ CSE ໄປໄດ້ 04:03.

8
9
10
2
1
4
5
6
7