ພິທີເຊັນ ການຮ່ວມມືພັດທະນາ (MOA) ແລະ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມືພັດທະນາ ໂຄງການຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ (REDD+)

​ພ.ຈ. 22, 2023 | ຂ່າວສານ

  • Home
  • /
  • ພິທີເຊັນ ການຮ່ວມມືພັດທະນາ (MOA) ແລະ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມມືພັດທະນາ ໂຄງການຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ (REDD+)

ໃນວັນທີ 22 ພະຈິກ 2023 ທີ່ ໂຮງແຮມ ຄຣາວພຣາຊາ, ໄດ້ຈັດພິທີເຊັນ ການຮ່ວມມືພັດທະນາ (MOA) ໃນຫົວຂໍ້ “ໂຄງການຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ (REDD+)ລະຫວ່າງ ກະຊວງກະສິກໍາ-ປ່າໄມ້ ແລະ ບໍລິສັດ ຈະເລີນເຊກອງ ຄາບອນ ຈໍາກັດ, ເພື່ອການຮ່ວມມືໃນການພັດທະນາໂຄງການດັ່ງກ່າວ ໃນການຫຼຸດຜ່ອນທາດອາຍເຮືອນແກ້ວ, ຕາງໜ້າເຊັນໂດຍ ທ່ານ ປອ. ເພັດ ພົງພິພັກ ລັດຖະມົນຕີ ກະຊວງກະສິກຳ-ປ່າໄມ້ ແລະ ທ່ານ ຈັນທະໜອມ ພົມມະນີ ປະທານ ບໍລິສັດ ຈະເຊີນເຊກອງ ຄາບອນ ຈໍາກັດ, ພ້ອມດ້ວຍຄະນະທັງສອງຝ່າຍເປັນສັກຄີພະຍານ.

ຫຼັງຈາກນັ້ນ, ຍັງໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງກະສິກໍາ-ປ່າໄມ້ ແລະ ບໍລິສັດ ຈະເລີນເຊກອງ ຄາບອນ ຈໍາກັດ, ຕາງໜ້າເຊັນໂດຍ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ-ປ່າໄມ້ ແລະ ທ່ານ ໄຊຍະເດດ ສຸກສະຫວັດ ຜູ້ອໍານວຍການບໍລິສັດ ຈະເລີນເຊກອງ ຄາບອນ ຈໍາກັດ, ພ້ອມດ້ວຍຄະນະທັງສອງຝ່າຍເປັນສັກຄີພະຍານ.

ສໍາລັບພື້ນທີ່ໂຄງການແມ່ນ 04 ແຂວງພາກໃຕ້ ມີເນື້ອທີ່ 550,000 ເຮັກຕາ (ປະກອບມີ: ເຂດປ່າປ້ອງກັນແຫ່ງຊາດຍອດນ້ຳພູພຽງບໍລິເວນ ເນື້ອທີ່ 224,000 ເຮັກຕາ, ເຂດປ່າປ້ອງກັນແຫ່ງຊາດເຊນໍ້າກົງ-ເຊຊູ ເນື້ອທີ່ 186,000 ເຮັກຕາ ແລະ ເຂດປ່າປ້ອງກັນແຫ່ງຊາດຍອດນໍ້າເຊກອງ-ເຊຂະໝານ ເນື້ອທີ່ 140,000 ເຮັກຕາ) ຊຶ່ງສາມາດຜະລິດຄາບອນ ໃນຕະຫຼອດອາຍຸສັນຍາການຮ່ວມມື 30 ປີ ປະມານ 23 ລ້ານໂຕນ ຄາບອນເຄດິດ, ສະເລ່ຍ 6 ປີ ທໍາອິດຈະສາມາດຜະລິດໄດ້ປະມານ 430,000 ຄາບອນເຄດິດ ແລະ ຫຼັງຈາກນັ້ນຈະສາມາດຜະລິດໄດ້ 850,000 ຄາບອນເຄດິດ.