ພິທີເຊັນສັນຍາ ຊື້-ຂາຍໄຟຟ້າ PPA ລະຫວ່າງ ບໍລິສັດ ຫ້ວຍລະແງ (HLN) ແລະ ລັດວິສາຫະກິດ ໄຟຟ້າຫວຽດນາມ(EVN)

ພ.ພ. 17, 2023 | ຂ່າວສານ

  • Home
  • /
  • ພິທີເຊັນສັນຍາ ຊື້-ຂາຍໄຟຟ້າ PPA ລະຫວ່າງ ບໍລິສັດ ຫ້ວຍລະແງ (HLN) ແລະ ລັດວິສາຫະກິດ ໄຟຟ້າຫວຽດນາມ(EVN)

          ວັນທີ 17 ພຶດສະພາ 2023 ທີ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE), ໄດ້ມີພິທີເຊັນສັນຍາ ຊື້-ຂາຍ ໄຟຟ້າ ລະຫວ່າງ ບໍລິສັດ ເຂື່ອນໄຟຟ້າ ຫ້ວຍລະແງ (HLN) ແລະ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ຜ່ານລະບົບອອນລາຍ, ຕາງໜ້າໃຫ້ HLN ໂດຍ ທ່ານ Yu Zhongchai ຜູ້ອໍານວຍການໃຫຍ່ ບໍລິສັດ ເຂື່ອນໄຟຟ້າ ຫ້ວຍລະແຫງ ແລະ ທ່ານ ສົມສະນິດ ສຸວັນນະລາດ ຮອງປະທານຄະນະຜູ້ບໍລິຫານງານ ບໍລິສັດ CSE (ໃນນາມຜູ້ຖືຮຸ້ນ 30%) ພ້ອມຄະນະ ແລະ ຕາງໜ້າໃຫ້ EVN ໂດຍທ່ານ Nguyen Danh Son ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ພ້ອມດ້ວຍຄະນະ.

          ພິທີການເຊັນສັນຍາດັ່ງກວ່າ ແມ່ນໄດ້ເອກະພາບໃນເນື້ອໃນຂອງສັນຍາ ໂດຍ ບໍລິສັດ ເຂື່ອນໄຟຟ້າ ຫ້ວຍລະແງ (HLN) ເຫັນດີຕົກລົງຂາຍໄຟຟ້າ ໃຫ້ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ໃນໄລຍະສຳປະທານ 25 ປີ,​ ເຊິ່ງຈະໄດ້ດໍາເນີນການເຊື່ອມຕໍ່ຈາກສະຖານີ 220kv ຂອງເຂື່ອນໄຟຟ້າ ຫ້ວຍລະແງ ໄປຫາ ສະຖານີສາຍສົ່ງເຂື່ອນໄຟຟ້ານ້ຳອີມູນ-ດາກອັອກ ປະເທດຫວຽດນາມ ແລະ ຄາດວ່າຈະໄດ້ທຳການຜະລິດໄຟຟ້າ ພ້ອມສົ່ງຂາຍຢ່າງເປັນທາງການ ໃນເດືອນ ທັນວາ 2025 ນີ້.

5
4
3
2

Previous image
Next image