ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ອຸປະຖຳຊຸດກິລາໃຫ້ຄະນະຄູຝຶກ ແລະ ນັກກິລາກະຕໍ້ ເຂົ້າຮ່ວມການແຂ່ງຂັນທີ່ ສປ ຈີນ

          ເພື່ອເປັນຂວັນກໍາລັງໃຈ ໃຫ້ແກ່ຄູຝຶກ ແລະ ນັກກິລາກະຕໍ້ ທີມຊາດລາວໃນການເຂົ້າຮ່ວມການແຂ່ງຂັນທີ່ ສປ ຈີນ, ໃນວັນທີ 13 ທັນວາ 2023 ທີ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ໄດ້ມອບເຄື່ອງອຸປະຖໍາເປັນຊູດກິລາ ໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາກະຕໍ້ ທີມຊາດລາວ ມູນຄ່າ 16,920,000 ກີບ ເຊິ່ງຕາງໜ້າມອບໂດຍ ທ່ານ ນະຄອນສີ ສຸລິສັກ ຫົວໜ້າຝ່າຍ ຫ້ອງການ-ບໍລິຫານ ບໍລິສັດ CSE ແລະ ຕາງໜ້າຮັບໂດຍທ່ານ ນາງ ຄຳຫຼ້າ ເພັງສີດາລາ ຜູ້ອຳນວຍການ ໂຮງຮຽນພອນສະຫວັນກິລາ-ກາຍະກຳ ພ້ອມດ້ວຍຄູຝຶກ ແລະ ນັກກິລາ ທີ່ໄດ້ເຂົ້າຮ່ວມແຂ່ງຂັນກິລາກະຕໍ້ລະດັບນາໆຊາດ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-21 ພະຈິກ ທີ່ ເມືອງກຸຍຢາງ ສປ ຈີນ ແລະ ເຂົ້າຮ່ວມແຂ່ງຂັນກິລະກະຕໍ້ເຊື່ອມສາຍສໍາພັນໄມຕີ ປະເທດລຸມແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation” ລະຫວ່າງ ວັນທີ 23-27 ພະຈິກ 2023 ທີ່ເມືອງຢຸນນານ ສປ ຈີນ.

          ໃນການແຂ່ງຂັນທີ່ຜ່ານມາໄດ້ 06 ປະເທດເຂົ້າຮ່ວມປະກອບມີ ສປ ຈີນ, ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ສປປ ລາວ. ສໍາຫຼັບຜົນການແຂ່ງຂັນກິລາກະຕໍ້ 02 ລາຍການດັ່ງກ່າວ ແມ່ນນັກກິລາກະຕໍ້ ທີມຊາດລາວ ສາມາດຄວ້າໄດ້ທັງໝົດ 08 ຫຼຽນ ເຊິ່ງປະກອບມີ 02 ຫຼຽນຄໍາ, 02 ຫຼຽນເງິນ ແລະ 04 ຫຼຽນທອງແດງ.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la