-- ກ່ຽວກັບພວກເຮົາ

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ CS ENERGY CO.,LTD

ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE), ສ້າງຕັ້ງຂຶ້ນ ໃນວັນທີ 16 ມີນາ 2016, ເປັນບໍລິສັດ ພັດທະນາພະລັງງານ ຊັ້ນນໍາໃນ ສປປ ລາວ ທີ່ອຸທິດຕົນ ເພື່ອສະໜອງພະລັງງານສະອາດ, ໜ້າເຊື່ອຖື ແລະ ຍືນຍົງ ດ້ວຍມາດຕະຖານ ແລະ ຄວາມໄວ້ວາງໃຈສູງ.

ພວກເຮົາມຸ່ງໝັ້ນ ທີ່ຈະສ້າງອະນາຄົດ ຂອງອຸດສາຫະກຳພະລັງງານໃນລາວ ແລະ ສ້າງໂລກໃຫ້ດີຂຶ້ນ ຜ່ານການລົງທຶນທີ່ມີແຜນຍຸດທະສາດ ໃນໂຄງການພະລັງງານນ້ຳ ແລະ ພະລັງງານໝູນວຽນອື່ນໆ ທີ່ສະໜັບສະໜູນການເຕີບໂຕຂອງປະເທດ ພ້ອມສ້າງຊີວິດໃຫ້ດີຂຶ້ນ ເພື່ອໃຫ້ສອດຄ່ອງຕາມນະໂຍບາຍ ຂອງລັດຖະບານ ແລະ ຜົນຕອບຮັບໄລຍະຍາວ ຕາມແຜນທີ່ກຳນົດໄວ້.

-- ທຸລະກິດພວກເຮົາ

ພວກເຮົາດຳເນີນທຸລະກິດພະລັງງານໄຟຟ້າລາຍໃຫຍ່ໃນ ສປປ ລາວ

ທຸລະກິດຫຼັກຂອງບໍລິສັດພວກເຮົາ ແມ່ນການພັດທະນາ, ກໍ່ສ້າງ ແລະ ດໍາເນີນໂຄງການທີ່ຫຼາກຫຼາຍ ຂອງພະລັງງານໝຸນວຽນ ໂດຍເນັ້ນໃສ່ ພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານແສງຕາເວັນ ດ້ວຍການປະຕິບັດຕາມມາດຕະຖານການບໍລິຫານຈັດການລະດັບສາກົນ. ພວກເຮົາສະໜອງພະລັງງານ ທີ່ໄດ້ຮັບຄວາມໜ້າເຊື່ອຖື ທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງມີບົດບາດສໍາຄັນ ໃນການປະກອບສ່ວນ ສ້າງຄວາມໝັ້ນຄົງດ້ານພະລັງງານ ໃຫ້ແກ່ ສປປ ລາວ ແລະ ປະເທດເພື່ອນບ້ານ.

-- ຄວາມຍືນຍົງ

ຄວາມເອົາໃຈໃສ່ຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ

ດ້ວຍປະສົບການ ແລະ ຄວາມສຳເລັດ ໃນການດຳເນີນທຸລະກິດມາຍາວນານ ໃນດ້ານການພັດທະນາໂຄງການ ເຂື່ອນໄຟຟ້າ ພະລັງນໍ້າ, ພະລັງງານແສງຕາເວັນ, ພະລັງງານຄວາມຮ້ອນ, ການພັດທະນາ ແລະ ກໍ່ສ້າງ ໂຄງການພື້ນຖານໂຄງລ່າງ ຂອງພວກເຮົາ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມີຄວາມມຸ່ງໝັ້ນ ໃນການດຳເນີນທຸລະກິດຂອງຕົນ ດ້ວຍຄວາມເອົາໃຈໃສ່ຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ…

-- ການລົງທຶນ

ຜູ້ຖືຮຸ້ນ ແລະ ຄູ່ຮ່ວມທຸລະກິດ

-- ຂ່າວສານ ແລະ ກິດຈະກຳ

ຂ່າວ ແລະ ກິດຈະກຳຫຼ້າສຸດ

-- ສະໝັກງານ

ພວກເຮົາກຳລັງຊອກຫາຜູ້ທີ່ມີຄວາມສາມາດ

ຖ້າທ່ານມີຄວາມກະຕືລືລົ້ນໃນການເຮັດວຽກ ແລະ ສາມາດເຮັດວຽກເປັນສະມາຊິກທີມໄດ້, ສະໝັກເຂົ້າມາເປັນສ່ວນໜຶ່ງຂອງເຮົາໄດ້