ກອງປະຊຸມປຶກສາຫາລື ສັນຍາຊື້-ຂາຍໄຟຟ້າ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE) ແລະ ລັດວິສະຫະກິດ ໄຟຟ້າຫວຽດນາມ (EVN)

            ວັນທີ 05 ຕຸລາ 2023 ທີ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ, ໄດ້ຈັດກອງປະຊຸມປຶກສາຫາລື ສັນຍາຊື້-ຂາຍໄຟຟ້າ ລະຫວ່າງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE) ແລະ ລັດວິສະຫະກິດ ໄຟຟ້າຫວຽດນາມ (EVN), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມສະນິດ ສຸວັນນະລາດ ຮອງປະທານຄະນະຜູ້ບໍລິຫານງານ ບໍລິສັດ ຈະເລີນເຊກອງ ພະລັງ ງານ ຈໍາກັດ (CSE) ແລະ ທ່ານ Ngô Sơn Hải ຮອງປະທານລັດວິສະຫະກິດ ໄຟຟ້າຫວຽດນາມ (EVN), ເຊິ່ງໃຫ້ການເຂົ້າຮ່ວມໂດຍທ່ານ ວິໄຊ ສີສົມຫວັງ ຜູ້ອໍານວຍການ ຝ່າຍ PCD ແລະ ຝ່າຍ DOM, ທ່ານ ຫັດສະດີ ສີສຸລາດ ທີ່ປຶກສາບໍລິສັດ CSE ພ້ອມດ້ວຍຄະນະ ແລະ ໃຫ້ການເຂົ້າຮ່ວມໂດຍທ່ານ Le Khac Hung ຮອງຜູ້ອໍານວຍການ EPTC ພ້ອມດ້ວຍຄະນະ.

            ກອງປະຊຸມໄດ້ລາຍງານຄວາມຄືບໜ້າ ຂອງໂຄງການເຂື່ອນໄຟຟ້າ ນ້ຳອີມູນ ແລະ ໂຄງການເຂື່ອນໄຟຟ້າ ຫ້ວຍລະແງ ທີ່ໄດ້ກໍ່ສ້າງ ແລະ ຕິດຕັ້ງເຄື່ອງຈັກສໍາເລັດ 100%, ເຊິ່ງຄາດການແຜນທີ່ຈະຂາຍພະລັງງານໄຟຟ້າ ຢ່າງເປັນທາງການ (COD) ຂອງໂຄງການເຂື່ອນໄຟຟ້າ ນ້ຳອີມູນ ແມ່ນພາຍໃນຕົ້ນປີ 2024 ແລະ ໂຄງການເຂື່ອນໄຟຟ້າ ຫ້ວຍລະແງ ແມ່ນກາງປີ 2024. ສໍາລັບເຂື່ອນໄຟຟ້າ ນໍ້າກົງ 2 ແລະ ເຂື່ອນໄຟຟ້າ ນໍ້າກົງ 3 ຈະຂາຍພະລັງງານໄຟຟ້າໃຫ້ ລັດວິສະຫະກິດ ໄຟຟ້າຫວຽດນາມ (EVN) ແມ່ນ 1MVA ໂດຍຜ່ານສາຍສົ່ງ 22KV ແລະ ເຂື່ອນໄຟຟ້າ ນໍ້າອີມູນ ຢູ່ທີ່ 1,6MVA ໂດຍຜ່ານສາຍສົ່ງ 22KV.

ຕິດຕໍ່ພວກເຮົາ

CSE Building, ຖະໜົນ ໜອງບອນ, ໜ່ວຍ 8, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ

(+856 021) 417788, 417789

headoffice@csenergy.la