ກ່ຽວກັບພວກເຮົາ
ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ CS ENERGY CO.,LTD

ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ (CSE), ສ້າງຕັ້ງຂຶ້ນ ໃນວັນທີ 16 ມີນາ 2016, ເປັນບໍລິສັດ ພັດທະນາພະລັງງານ ຊັ້ນນໍາໃນ ສປປ ລາວ ທີ່ອຸທິດຕົນ ເພື່ອສະໜອງພະລັງງານສະອາດ, ໜ້າເຊື່ອຖື ແລະ ຍືນຍົງ ດ້ວຍມາດຕະຖານ ແລະ ຄວາມໄວ້ວາງໃຈສູງ.

ພວກເຮົາມຸ່ງໝັ້ນ ທີ່ຈະສ້າງອະນາຄົດ ຂອງອຸດສາຫະກຳພະລັງງານໃນລາວ ແລະ ສ້າງໂລກໃຫ້ດີຂຶ້ນ ຜ່ານການລົງທຶນທີ່ມີແຜນຍຸດທະສາດ ໃນໂຄງການພະລັງງານນ້ຳ ແລະ ພະລັງງານໝູນວຽນອື່ນໆ ທີ່ສະໜັບສະໜູນການເຕີບໂຕຂອງປະເທດ ພ້ອມສ້າງຊີວິດໃຫ້ດີຂຶ້ນ ເພື່ອໃຫ້ສອດຄ່ອງຕາມນະໂຍບາຍ ຂອງລັດຖະບານ ແລະ ຜົນຕອບຮັບໄລຍະຍາວ ຕາມແຜນທີ່ກຳນົດໄວ້.