ດ້ວຍປະສົບການ ແລະ ຄວາມສຳເລັດ ໃນການດຳເນີນທຸລະກິດມາຍາວນານ ໃນດ້ານການພັດທະນາໂຄງການ ເຂື່ອນໄຟຟ້າ ພະລັງນໍ້າ, ພະລັງງານແສງຕາເວັນ, ພະລັງງານຄວາມຮ້ອນ, ການພັດທະນາ ແລະ ກໍ່ສ້າງ ໂຄງການພື້ນຖານໂຄງລ່າງ ຂອງພວກເຮົາ, ຊີ ເອັສ ອີ ມີຄວາມມຸ່ງໝັ້ນ ໃນການດຳເນີນທຸລະກິດຂອງຕົນ ດ້ວຍຄວາມເອົາໃຈໃສ່ຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ. ພາລະກິດ ແລະ ເປົ້າໝາຍຫຼັກ ຂອງພວກເຮົາ ແມ່ນການຜະລິດຜົນງານທີ່ມີຄຸນນະພາບເປັນເລີດ ແລະ ເປັນປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ເຊິ່ງມີໜ້າທີ່ຮັບຜິດຊອບ ຕໍ່ທຸກພາກສ່ວນ, ສອດຄ່ອງກັບຫຼັກການການຄຸ້ມຄອງບໍລິສັດຂອງພວກເຮົາ ແລະ ສອດຄ່ອງກັບ ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອການພັດທະນາທີ່ຍືນຍົງ.
ບໍລິສັດຈະເລີນ ເຊກອງ ພະລັງງານ ຈຳກັດ ມີພາລະກິດ ຕ້ອງການໃຫ້ສັງຄົມໄດ້ຮັບຜົນປະໂຫຍດຮ່ວມກັນ ໂດຍສະເພາະແມ່ນການໃຫ້ໂອກາດແກ່ປະຊາຊົນໃນເຂດໃກ້ຄຽງໂຄງການ ແລະ ຫ່າງໄກສອກຫລີກ ຂອງບາງທ້ອງຖິ່ນ ໄດ້ເຂົ້າມາມີສ່ວນຮ່ວມໃນໂຄງການ ພ້ອມສົ່ງເສີມ ແລະ ພັດທະນາໃຫ້ເຂົາເຈົ້າມີຄວາມຮູ້ຄວາມສາມາດ. ຄຽງຄູ່ກັນນັ້ນ, ຊີ ເອັສ ອີ ຍັງມີແຜນຟື້ນຟູຊີວິດການເປັນຢູ່ ໃຫ້ແກ່ຜູ້ໄດ້ຮັບຜົນກະທົບ ທັງທາງກົງ ແລະ ທາງອ້ອມ ຈາກໂຄງການຢ່າງຕໍ່ເນື່ອງ. ນອກຈາກນັ້ນແລ້ວ CS Energy ຍັງໄດ້ໃຫ້ການຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບ ອື່ນໆ ທີ່ບໍ່ພົວພັນກັບໂຄງການໂດຍກົງ ເຊັ່ນ: ການປະກອບສ່ວນຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທົ່ວປະເທດໃນຊຸມປີທີ່ຜ່ານມາ ແລະ ອື່ນໆ.
ການພັດທະນາເຂື່ອນໄຟຟ້າພະລັງງານນໍ້າຕົກ ແມ່ນເປັນຜະລິດຕະພັນຫຼັກຂອງ CS Energy ໂດຍນຳໃຊ້ຫຼັກການພັດທະນາແບບຍືນຍົງ, ປະກອບດ້ວຍ : ນະໂຍບາຍດ້ານສຸຂະພາບ ແລະ ຄວາມປອດໄພ, ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ເຮັດໃຫ້ຜະລິດຕະພັນຂອງ ພວກເຮົາ ໄດ້ຮັບຜົນປະໂຫຍດສູງທີ່ສຸດ ແລະ ສົ່ງຜົນກະທົບໜ້ອຍທີ່ສຸດຕໍ່ສະພາບແວດລ້ອມ ແລະ ສັງຄົມ. ທ່ານສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບຜະລິດຕະພັນ ແລະ ໂຄງການພັດທະນາຂອງພວກເຮົາໄດ້ທີ່ ຂໍ້ມູນ ທຸລະກິດ ແລະ ການລົງທຶນ ຂອງພວກເຮົາ.

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ຍາມໃດກໍໄດ້ເອົາໃຈໃສ່ຕໍ່ບັນຫາສິ່ງແວດລ້ອມດ້ວຍຄວາມຮັບຜິດຊອບສູງ ແລະ ເປັນປົກກະຕິຕໍ່ເນື່ອງ. ທຸກໆໂຄງການຂອງບໍລິສັດພວກເຮົາ ມີເປົ້າໝາຍທີ່ລະອຽດ ແລະ ຊັດເຈນ ຄື : ຕ້ອງເປັນໂຄງການທີ່ມີການພັດທະນາແບບຍືນຍົງ, ພວກເຮົາມີແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ ເພື່ອຊ່ວຍໃນການປະຕິບັດພາລະບົດບາດ ແລະ ພັນທະຂອງຕົນ ກໍ່ໃຫ້ເກີດຜົນປະໂຫຍດທີ່ດີທີ່ສຸດຕໍ່ສິ່ງແວດລ້ອມ.
ພວກເຮົາໄດ້ເຊື່ອມໂຍງຄວາມຮັບຜິດຊອບດ້ານສິ່ງແວດລ້ອມເຂົ້າໃນທຸກກິດຈະກຳປະຈຳວັນ ໃຫ້ເປັນໄປຕາມຂໍ້ກຳນົດ ແລະ ຂໍ້ຜູກມັດຂອງກົດໝາຍ, ມີການຕິດຕາມກວດກາຄຸນນະພາບນໍ້າ, ການຈັດການຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ແບບແຜນການເຮັດວຽກພາຍໃນຢ່າງເປັນລະບົບ.
ອີກບັນຫາໜຶ່ງທີ່ສຳຄັນ ແມ່ນພວກເຮົາ ກໍ່ໄດ້ມີການຄົ້ນຄວ້າຊອກຫາວິທີການໃໝ່ໆ ທີ່ດີກວ່າສະເໜີເຂົ້າໃນການຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ.

ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ໃນເຂດອ່າງໂຕ່ງ, ເຂດອ່າງເກັບນໍ້າ ແລະ ເຂດກໍ່ສ້າງ ໄດ້ກຳນົດຂື້ນ ແລະ ຮັບຮອງເອົາໂດຍ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ການຈັດຕັ້ງປະຕິບັດແມ່ນ ຮັບປະກັນຕາມແຜນການຕ່າງໆທີ່ກຳນົດໄວ້ ໂດຍສອດຄ່ອງກັບນະໂຍບາຍ ແລະ ລະບຽບຫຼັກການທີ່ກ່ຽວຂ້ອງຂອງ ສປປ ລາວ. ເຊີ່ງຈຸດປະສົງຕົ້ນຕໍ ແມ່ນ ເພື່ອປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມອຸດົມສົມບູນ ແລະ ໄດ້ຮັບການພັດທະນາ ແບບຍືນຍົງ.

ການຕິດຕາມກວດກາຄຸນນະພາບນໍ້າ ແມ່ນພວກເຮົາ ໄດ້ສ້າງຄູ່ມືວິທີການໃນການຕິດຕາມຄຸນນະພາບນໍ້າ ໂດຍມີຄວາມສອດຄ່ອງ ກັບມາດຕະຖານສິ່ງແວດລ້ອມແຫ່ງຊາດ ແລະ ສອດຄ່ອງກັບວິທີການຂອງສາກົນ. ໄດ້ກຳນົດຈຸດເກັບຕົວຢ່າງເປັນປະຈຳທຸກອາທິດ ແລະ ໄຕມາດ ໂດຍໃຊ້ຕົວແປທາງເຄມີ ແລະ ທາງຊີວະພາບ. ນອກຈາກນັ້ນ, ການເກັບຕົວຢ່າງໃນແຕ່ລະຈຸດ ແມ່ນໄດ້ສົ່ງຕົວຢ່າງໃຫ້ຫ້ອງທົດລອງ ແລ້ວນຳຜົນວິເຄາະທັງໝົດຈາກພາກສະໜາມ ແລະ ຫ້ອງທົດລອງມາເປັນ ຂໍ້ມູນຕົວຈິງຂອງແມ່ນໍ້າສາຍນັັ້ນໆ.