
ຈາກຈຸດເລີ່ມຕົ້ນ ໃນປີ 2016, ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ
(CSE) ໄດ້ເລີ່ມດໍາເນີນທຸລະກິດ ດ້ວຍວິໄສທັດທີ່ຊັດເຈນຄື:
“ມຸ່ງໝັ້ນທີ່ຈະເປັນຜູ້ນຳດ້ານພະລັງງານສະອາດ ເພື່ອສ້າງອະນາຄົດທີ່ດີກວ່າ”.
ບໍລິສັດຂອງພວກເຮົາ ໄດ້ເລີ່ມຕົ້ນຈາກພື້ນຖານ. ໃນເວລານັ້ນ, ມີບໍລິສັດພະລັງງານທ້ອງຖິ່ນຈໍານວນໜຶ່ງ
ທີ່ມີຈຸດປະສົງຢ່າງແທ້ຈິງ ທີ່ຕ້ອງການໃຫ້ບໍລິສັດ ສາມາດທຽບເທົ່າມາດຕະຖານສາກົນສູງສຸດ.
ພວກເຮົາເຫັນວ່າ ນີ້ບໍ່ພຽງແຕ່ແມ່ນ ຄວາມທ້າທາຍ ແຕ່ເປັນໂອກາດຂອງພວກເຮົາ
ທີ່ຈະໄດ້ເຕີບໂຕ ແລະ ກາຍເປັນມາດຕະຖານ ຂອງຄວາມດີເລີດ.
ເພື່ອກ້າວຜ່ານຄວາມທ້າທາຍ ແລະ ບັນລຸເປົ້າໝາຍ ທີ່ກຳນົດໄວ້, ຈຸດສໍາຄັນທໍາອິດ ພວກເຮົາ
ໄດ້ເຮັດວຽກຮ່ວມກັບທີ່ປຶກສາ ແລະ ຜູ້ຊ່ຽວຊານລະດັບໂລກ. ການຕັດສິນໃຈຄັ້ງນີ້, ເປັນຄວາມຕັ້ງໃຈທີ່ຊັດເຈນ ເຊິ່ງບໍ່ພຽງແຕ່ເພື່ອບັນລຸມາດຕະຖານສາກົນເທົ່ານັ້ນ,
ແຕ່ຍັງເປັນການເກັບກ່ຽວ ຄວາມຮູ້, ຄວາມຊໍານານ
ແລະ ປະສົບການ ເພື່ອຍົກສູງຄວາມສາມາດ ຂອງອົງກອນຢ່າງຕໍ່ເນື່ອງ. ນອກຈາກນີ້, ພວກເຮົາຍັງມີຄວາມຕັ້ງໃຈ ທີ່ຈະດໍາເນີນທຸລະກິດ ດ້ວຍຄວາມໂປ່ງໃສ ແລະ
ຄວາມສະເໝີພາບ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ຕໍ່ຜູ້ມີສ່ວນຮ່ວມທຸກພາກສ່ວນ.
ພວກເຮົາເຊື່ອໝັ້ນວ່າ ຜົນສໍາເລັດທີ່ຍືນຍົງ ຕ້ອງເກີດຈາກການເຕີບໂຕຮ່ວມກັນ ທັງພະນັກງານ,
ຊຸມຊົນ ແລະ ສິ່ງແວດລ້ອມ - ຕ້ອງກ້າວໜ້າໄປຄຽງຄູ່ກັບບໍລິສັດ.
ພວກເຮົາມີຄວາມພາກພູມໃຈ ກັບຄວາມກ້າວໜ້າຄັ້ງຍິ່ງໃຫຍ່
ເຊິ່ງໄດ້ກາຍເປັນບໍລິສັດ ທີ່ໄດ້ຮັບຄວາມໄວ້ວາງໃຈ ໃນຂະແໜງພະລັງງານ ແລະ ສາມາດສະໜອງ
ໂຄງການໄຟຟ້າພະລັງງານນໍ້າ ແລະ ພະລັງງານໝຸນວຽນ
ທີ່ມີມາດຕະຖານທຽບເທົ່າລະດັບສາກົນໄດ້ຢ່າງແທ້ຈິງ, ສະແດງອອກໃຫ້ເຫັນເຖິງ
ການຮ່ວມມືທີ່ມີແບບແຜນຍຸດທະສາດກັບຄູ່ຮ່ວມທຸລະກິດ ດ້ານອຸດສາຫະກໍາພະລັງງານຊັ້ນນໍາ.
ປັດຈຸບັນ, ບໍລິສັດມີໂຄງການພະລັງງານສະອາດ ທີ່ດໍາເນີນການຜະລິດ,
ກໍ່ສ້າງ ແລະ ກຳລັງພັດທະນາ ຫຼາຍກວ່າ 15 ແຫ່ງ,
ດ້ວຍກຳລັງການຕິດຕັ້ງຫຼາຍກວ່າ 2,000 ເມກາວັດ,
ທີ່ເປັນໝາກຜົນຂອງຄວາມທຸ້ມເທ ແລະ ການວາງກົນລະຍຸດໄລຍະຍາວ. ພ້ອມນັ້ນ,
ບໍລິສັດ ຍັງໄດ້ສົ່ງອອກພະລັງງານ ໃຫ້ກັບບັນດາປະເທດເພື່ອນບ້ານ ເຊັ່ນ:
ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ
(EGAT), ລັດວິສາຫະກິດໄຟຟ້າ ຫວຽດນາມ (EVN) ແລະ ລັດວິສາຫະກິດໄຟຟ້າ ກຳປູເຈຍ (EDC), ເຊິ່ງສະແດງໃຫ້ເຫັນເຖິງ
ທ່າແຮງ ໃນການຂະຫຍາຍຕະຫຼາດ ໄປສູ່ລະດັບພາກພື້ນ ແລະ ສາກົນ. ປັດຈຸບັນ, ພວກເຮົາກ້າວສູ່ການເປັນອົງກອນທີ່ເຂັ້ມແຂງ ດ້ວຍທີມງານທີ່ມີຄວາມສາມາດ ແລະ
ປະສົບການ, ມີຊື່ສຽງ ແລະ ເປັນທີ່ຍອມຮັບ, ມີວິໄສທັດ ທີ່ຊັດເຈນ ໃນປັດຈຸບັນ ແລະ ອະນາຄົດ.
ໃນຕໍ່ໜ້າ, ພວກເຮົາຍັງຈະສືບຕໍ່ມຸ່ງໝັ້ນ ໃນການຂະຫຍາຍ ໂຄງການພະລັງງານສະອາດ ແລະ ເພີ່ມທະວີຄວາມເຂັ້ມແຂງ, ປະກອບສ່ວນ ໃນການພັດທະນາແບບຍືນຍົງຢ່າງ. ບົນພື້ນຖານ ຄວາມໂປ່ງໃສ ແລະ ຄວາມສະເໝີພາບ, ພວກເຮົາມຸ່ງເນັ້ນທີ່ຈະນໍາ ໃຊ້ນະວັດຕະກຳເຕັກໂນໂລຊີຊັ້ນນຳ ແລະ ນະວັດຕະກໍາ ທີ່ທັນສະໄໝ, ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ເພື່ອພັດທະນາສັກກະຍະພາບ ຂອງບຸກຄະລາກອນ ໃຫ້ສາມາດບັນລຸເປົ້າໝາຍຂອງບໍລິສັດໃນແຕ່ລະໄລຍະ ໃຫ້ຂັບເຄື່ອນ ດ້ວຍວິໄສທັດທີ່ວ່າ: “ມຸ່ງໝັ້ນທີ່ຈະເປັນຜູ້ນຳດ້ານພະລັງງານສະອາດ ເພື່ອສ້າງອະນາຄົດທີ່ດີກວ່າ.”