ວິໃສທັດ, ພາລະກິດ ແລະ ຄຸນຄ່າ
ວິໄສທັດ

ມຸ່ງໝັ້ນທີ່ຈະເປັນຜູ້ນຳດ້ານພະລັງງານສະອາດ ເພື່ອສ້າງອະນາຄົດທີ່ດີກວ່າ

ພາລະກິດ
ພວກເຮົາຂັບເຄື່ອນດ້ວຍນະວັດຕະກຳ, ຄວາມມຸ່ງໝັ້ນ ແລະ ຄວາມເປັນເລີດ ດ້ວຍການປະສົມປະສານ ແນວຄວາມຄິດທີ່ມີຍຸດທະສາດ, ຊັບພະຍາກອນທີ່ມີຄຸນນະພາບ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອສະໜອງ ພະລັງງານສະອາດ ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ ສ້າງມູນຄ່າທີ່ຍືນຍົງໃຫ້ແກ່ຄູ່ຮ່ວມ, ຊຸມຊົນ ແລະ ຜູ້ຖືຮຸ້ນທຸກພາກສ່ວນ ພ້ອມທັງສ້າງພະລັງຂັບເຄື່ອນອະນາຄົດໃຫ້ດີຂຶ້ນ ດ້ວຍພະລັງງານສະອາດ.
ຄຸນຄ່າ
  1. ດຳເນີນງານຢ່າງມີຈັນຍາບັນ: ພວກເຮົາມຸ່ງໝັ້ນໃນການດຳເນີນທຸລະກິດ ໃຫ້ສອດຄ່ອງກັບນະໂຍບາຍ ດ້ານພະລັງງານ ຂອງ ສປປ ລາວ, ພ້ອມທັງ ປັບຕົວ ຢ່າງຕັ້ງໜ້າ ໃຫ້ທັນກັບກະແສ ຂອງເສດຖະກິດ ແລະ ທຸລະກິດໂລກ
  2. ຄວາມເປັນເລີດດ້ານຄຸນນະພາບ: ພວກເຮົາມຸ່ງໝັ້ນທີ່ຈະພັດທະນາ ກໍ່ສ້າງ ແລະ ດໍາເນີນໂຄງການພະລັງງານໝຸນວຽນ ລະດັບໂລກ ໂດຍຍຶດໝັ້ນຕາມມາດຕະຖານທີ່ມີຄຸນນະພາບສູງສຸດ
  3. ຄວາມຍືນຍົງ ແລະ ຄວາມຮັບຜິດຊອບ: ພວກເຮົາໃຫ້ຄວາມສຳຄັນ ແລະ ມຸ່ງໝັ້ນ ທີ່ຈະຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ພ້ອມທັງ ເພີ່ມຜົນປະໂຫຍດທາງບວກ ແລະ ຄວາມຍືນຍົງ ໃຫ້ແກ່ບັນດາໂຄງການຕ່າງໆຂອງພວກເຮົາ ເພື່ອຊຸມຊົນ ແລະ ປະເທດຊາດ
  4. ບຸກຄະລາກອນ ແລະ ການເຕີບໂຕ: ພວກເຮົາສົ່ງເສີມສະພາບແວດລ້ອມໃນການເຮັດວຽກ ໃຫ້ມີການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະກັນ ໂດຍສ້າງຄຸນຄ່າ, ຄວາມເຂັ້ມແຂງ, ເປີດໂອກາດເພື່ອການເຕີບໂຕ ແລະ ພັດທະນາ ສັກກາຍະພາບ ຂອງບຸກຄະລາກອນ ຢ່າງຕໍ່ເນື່ອງ
  5. ຄວາມຍືນຍົງທາງດ້ານການເງິນ: ພວກເຮົາທຸ້ມເທໃນການສ້າງຄຸນຄ່າທາງການເງິນໄລຍະຍາວ ຜ່ານການດຳເນີນທຸລະກິດ ຢ່າງມີປະສິດທິພາບ, ການລົງທຶນແບບມີຍຸດທະສາດ ແລະ ການບໍລິຫານຈັດການທາງດ້ານການເງິນຢ່າງມີຄວາມຮັບຜິດຊອບສູງ.
  6. ການຮ່ວມມືກັບຄູ່ຮ່ວມທຸລະກິດ: ພວກເຮົາເຊື່ອວ່າການຮ່ວມມືກັນຢ່າງໃກ້ຊິດ ແລະ ເຂັ້ມແຂງ ຄືຫົວໃຈສໍາຄັນໃນການສ້າງຄວາມສໍາເລັດຮ່ວມກັນ, ຊ່ວຍສົ່ງເສີມນະວັດຕະກຳ ແລະ ຂັບເຄື່ອນການເຕີບໂຕ ຢ່າງຍືນຍົງ ໃນໄລຍະຍາວ.