ພະລັງງານນ້ຳ

-- ທຸລະກິດພວກເຮົາ

ພວກເຮົາດຳເນີນທຸລະກິດພະລັງງານໄຟຟ້າລາຍໃຫຍ່ໃນ ສປປ ລາວ

ທຸລະກິດຫຼັກຂອງບໍລິສັດພວກເຮົາ ແມ່ນການພັດທະນາ, ກໍ່ສ້າງ ແລະ ດໍາເນີນໂຄງການທີ່ຫຼາກຫຼາຍ ຂອງພະລັງງານໝຸນວຽນ ໂດຍເນັ້ນໃສ່ ພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານແສງຕາເວັນ ດ້ວຍການປະຕິບັດຕາມມາດຕະຖານການບໍລິຫານຈັດການລະດັບສາກົນ. ພວກເຮົາສະໜອງພະລັງງານ ທີ່ໄດ້ຮັບຄວາມໜ້າເຊື່ອຖື ທັງພາຍໃນ ແລະ ຕ່າງປະເທດ, ເຊິ່ງມີບົດບາດສໍາຄັນ ໃນການປະກອບສ່ວນ ສ້າງຄວາມໝັ້ນຄົງດ້ານພະລັງງານ ໃຫ້ແກ່ ສປປ ລາວ ແລະ ປະເທດເພື່ອນບ້ານ.