ພະນັກງານ ສຸຂະພາບ ແລະ ຄວາມປອດໄພ
Image 1

ບ່ອນປະຈຳການ: ເຂື່ອນໄຟຟ້າ ນໍ້າອີມູນ, ບ້ານ ດາກໂຈມ, ເມືອງ ດາກຈຶງ, ແຂວງ ເຊກອງ

💼 ໜ້າທີ່ຮັບຜິດຊອບຫຼັກ

  • ຈັດຕັ້ງປະຕິບັດຕາມບັນດາມາດຕະຖານຄວາມປອດໄພ ແລະ ໃຫ້ສອດຄ່ອງກັບລະບຽບກົດຫມາຍ;
  • ຈັດຕັ້ງປະຕິບັດແຜນການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຄວາມປອດໄພ, ສັງຄົມ, ທໍາມະຊາດ ແລະ ເງື່ອນໄຂຂອງໃບຢັ້ງຢືນດ້ານຄວາມປອດໄພ ພ້ອມທັງສ້າງ;
  • ຈັດຕັ້ງປະຕິບັດແຜນງານຄວາມປອດໄພປະຈໍາອາທິດ, ປະຈໍາເດືອນ ແລະ ປະຈໍາປີ;
  • ນໍາສະເຫນີແຜນວຽກ ແລະ ແຜນງົບປະມານ ຕໍ່ຜູ້ອໍານວຍການຝ່າຍຄວບຄຸມການຜະລິດ ແລະ ບໍາລຸງຮັກສາ ລວມທັງພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດແຜນການຄຸ້ມຄອງວຽກງານ ຄວາມປອດໄພ ທໍາມະຊາດ ແລະ ສັງຄົມ ໃນຊ່ວງໄລຍະ ການດໍາເນີນງານ;
  • ຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນ ແລະ ຫຼີກລຽງຜົນກະທົບຕໍ່ສິ່ງແວດລ້ອມ, ທໍາມະຊາດ ແລະ ສັງຄົມ;
  • ກວດກາ ແລະ ບັນທຶກເກັບກໍາຂໍ້ມູນ ດ້ານຄວາມປອດໄພ ທໍາມະຊາດ ແລະ ສັງຄົມ ປະຈໍາ ພາກສະຫນາມຢ່າງຕໍ່ເນື່ອງ
  • ລາຍງານຕໍ່ຜູ້ຈັດການເຂື່ອນຢ່າງເປັນປົກກະຕິ ແລະ ພົວພັນ ຮ່ວມມືກັບຂະແຫນງການທີ່ກ່ຽວຂ້ອງ ຂອງພາກລັດ ໃນການຈັດຕັ້ງວຽກງານ ຄວາມປອດໄພ, ທໍາມະຊາດ ແລະ ສັງຄົມພ້ອມທັງກະກຽມ ແລະ ເຮັດບົດລາຍງານ, ບົດນໍາສະເຫນີຂອງວຽກງານ ຄວາມປອດໄພ ທໍາມະຊາດ ແລະ ສັງຄົມ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ພາຍໃນບໍລິສັດ ແລະ ພາກລັດປະຈໍາເດືອນ ແລະ ປະຈໍາປີ ແລະ ເຮັດວຽກແທນຫນ່ວຍງານສິ່ງແວດລ້ອມໃນບາງຄັ້ງຄາວ;
  • ປະຕິບັດຫນ້າທີ່ອື່ນໆ ຕາມການມອບຫມາຍຂອງຫົວຫນ້າສາຍງານ ແລະ ຜູ້ວັດການເຂື່ອນ;

🎓 ວຸດທິການສຶກສາ ແລະ ປະສົບການ

  • ການສຶກສາລະດັບປະລິນຍາຕີ ສາຂາ ສິ່ງແວດລ້ອມ, ຄວາມປອດໄພ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
  • ປະສົບການຢ່າງຫນ້ອຍ 01 ປີ ດ້ານການເຮັດວຽກສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງເຂື່ອນໄຟຟ້າ ຫຼື ທີ່ກ່ຽວຂ້ອງ; ທັກສະ ແລະ ຄວາມສາມາດ
  • ສາມາດສະຫລຸບວຽກທີ່ໄດ້ຮັບການມອບຫມາຍໄດ້ດີ, ມີຄວາມຊື່ສັດ ແລະ ຮັບຜິດຊອບຕໍ່ຫນ້າວຽກ.

📁 ທັກສະ ແລະ ຄວາມສາດທີ່ຕ້ອງການ

  • ສາມາດນໍາໃຊ້ ພາສາອັງກິດ ໃນລະດັບພື້ນຖານ ແລະ ສາມາດນໍາໃຊ້ Microsoft office Word, Excel, PowerPoint ແລະ Outlook ໃນລະດັບດີ;
  • ມີແນວຄິດລິເລີ່ມ ແລະ ຮຽນຮູ້ເພື່ອພັດທະນາຕົນເອງ ແລະ ເປັນຄົນທີ່ມີມະນຸດສໍາພັນດີ, ມີຄວາມກະຕືລືລົ້ນ ແລະ ສາມາດເສຍສະລະຊ່ວຍເຫຼືອຄົນອື່ນ;
  • ເປັນຄົນທີ່ມີຄວາມຮັບຜິດຊອບສູງ ແລະ ເຮັດວຽກຢ່າງມີແບບແຜນ ແລະ ມີລະບຽບວິໄນ, ຊື່ສັດ ແລະ ຈິງໃຈໃນການເຮັດວຽກ
  • ສຸຂະພາບແຂງແຮງດີ ແລະ ສາມາດເຮັດວຽກຢູ່ຕ່າງແຂວງໄດ້ ແລະ ພວກເຮົາສົ່ງເສີມຜູ້ສະໝັກທ້ອງຖິ່ນ.

💰 ດ້ານສະຫວັດດີການ

  • ບໍລິສັດຮັບຜິດຊອບອາກອນລາຍໄດ້, ອາຫານ 3 ຄາບ/ວັນ ແລະ ທີ່ພັກໃຫ້ພະນັກງານ, ມີເງິນຫ່າງໄກ່ບ້ານ 800,000 ກີບ/ເດືອນ, ມີປະກັນສັງຄົມ;
  • ມີກອງທຶນປິ່ນປົວສຸຂະພາບ, ມີປະກັນອຸບັດຕິເຫດໃຫ້ພະນັກງານ, ມີວັນພັກປະຈຳປີ, ມີວັນພັກຮອບ ແລະ ມີລົດຮັບສົ່ງພະນັກງານໃນວັນພັກຮອບ ແລະ ອື່ນໆ...

📂 ວິທີ່ສະໝັກວຽກກັບພວກເຮົາ

  • ສາມາດສະແກນ QR Code ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
  • ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,​ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.

ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້

ປິດຮັບ: 15 ມີນາ 2025