
ບ່ອນປະຈຳການ: ສຳນັກງານໃຫຍ່, ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
💼 ໜ້າທີ່ຮັບຜິດຊອບຫຼັກ
- ຮັບຜິດຊອບກ່ຽວກັບເອກະສານຂາເຂົ້າ-ອອກ, ຕິດຕໍ່ປະສານງານໂດຍກົງກັບເຂື່ອນຜະລິດ, ເກັບກໍາບັນດາຂໍ້ສະເຫນີ ແລະ ຫນ້າວຽກຕ່າງໆ ທີ່ຕິດພັນກັບສໍານັກງານໃຫຍ່;
- ສັງລວມ ແລະ ລາຍງານໃບສະເຫນີຈາກເຂື່ອນຜະລິດ ໃຫ້ຜູ້ອໍານວຍການຝ່າຍຄວບຄຸມການຜະລິດ ແລະ ບໍາລຸງຮັກສາ ເພື່ອຮຽນຂໍອະນຸມັດ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດ;
- ສັງລວມບົດລາຍງານປະຈໍາອາທິດ, ເດືອນ, ໄຕມາດ ແລະ ປະຈໍາປີ ບັນດາເຂື່ອນຜະລິດ ເພື່ອລາຍງານຜູ້ອໍານວຍການຝ່າຍຄວບຄຸມການຜະລິດ ແລະ ບໍາລຸງຮັກສາ;
- ຕິດຕາມ, ເກັບກໍາ ແລະ ບັນທຶກຄວາມຄຶບຫນ້າ ຂອງບັນດາຫນ້າວຽກຂອງຝ່າຍ ທີ່ໄດ້ມອບຫມາຍ ແລະ ສັງລວມລາຍງານຕໍ່ຜູ້ອໍານວຍການຝ່າຍຄວບຄຸມການຜະລິດ ແລະ ບໍາລຸງຮັກສາ;
- ປະສານງານ ແລະ ຕິດຕາມ ເອກະສານກັບຝ່າຍຈັດຊື້ ທາງດ້ານວຽກງານການຈັດຊື້ ແລະ ຈັດຈ້າງຂອງຝ່າຍ ແລະ ບັນດາເຂື່ອນຜະລິດ;
- ປະສານງານກັບພາກລັດເພື່ອພົວພັນວຽກງານ ທາງດ້ານນິຕິກໍາ ແລະ ພັນທະ ທີ່ຕິດພັນລະຫວ່າງເຂື່ອນຜະລິດກັບລັດຖະບານ;
🎓ວຸດທິການສຶກສາ ແລະ ປະສົບການ
- ການສຶກສາລະດັບປະລິນຍາຕີ ສາຂາ ບໍລິຫານ ຫຼື ສາຂາອື່ນ ທີ່ກ່ຽວຂ້ອງ;
- ມີປະສົບການຢ່າງຫນ້ອຍ 2 ປີ ດ້ານ ການພົວພັນພາກລັດ ແລະ/ຫຼື ວຽກງານບໍລິຫານ ແລະ ເລຂາ.
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
- ສາມາດນໍາໃຊ້ພາສາອັງກິດ ແລະ ພາສາຫວຽດນາມ ຈະພິຈາລະນາເປັນພິເສດ;
- ສາມານໍາໃຊ້ ໂປຣແກຣມ Microsoft Word, Excel, PowerPoint, Team & Outlook ໄດ້ເປັນຢ່າງດີ;
- ມີມະນຸດສໍາພັນດີ, ສາມາດເຮັດວຽກປະຈໍາພາກສະຫນາມໄດ້ ຕາມຄວາມຈໍາເປັນ ແລະ ການມອບຫມາຍຂອງຄະນະບໍລິຫານ.
💰 ດ້ານສະຫວັດດີການ ພະນັກງານ
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ສະຫວັດດີການເງິນກິນເຂົ້າ 100,000 ກີບ/ມື້, ທີ່ພັກ ແລະ ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີກວດສຸຂະພາບປະຈໍາປີຟຣີ;
- ມີປະກັນສັງຄົມ, ປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
- ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
ສາມາດສະແກນ QR Code ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້
ປິດຮັບ:
15 ມີນາ 2025