
ບ່ອນປະຈຳການ: ເຂື່ອນໄຟຟ້າ ນໍ້າອີມູນ, ບ້ານ ດາກໂຈມ, ເມືອງ ດາກຈຶງ, ແຂວງ ເຊກອງ
💼 ໜ້າທີ່ຮັບຜິດຊອບຫຼັກ
- ຊ່ວຍສ້ອມແປງ ແລະ ແກ້ໄຂ, ປ່ຽນຖ່າຍອຸປະກອນຕ່າງໆ ທີ່ເປ່ເພ ຫຼື ວ່າມີຄວາມບົກຜ່ອງ ຂອງລົດໃນເບື້ອງຕົ້ນເຊັ່ນ: ຈອດຢາງລົດໃຫ່ຍ, ປ່ຽນຖ່າຍຢາງລົດ, ປ່ຽນເບກ, ປ່ຽນຄາດ, ປ່ຽນຖ່າຍນໍ້າມັນເຄື່ອງ, ນໍ້າມັນເບກ, ນໍ້າມັນເກຍ, ປ່ຽນຫມັ້ ໄຟ ແລະ ອື່ນໆ;
- ຊ່ວຍກວດສອບ, ປະເມີນອາການເປ່ເພ ຫຼື ຜິດປົກກະຕິຂອງລົດ ໃນພາກສະຫນາມ ຢ່າງເປັນປະຈໍາ;
- ຊ່ວຍກວດສອບ ແລະ ບໍາລຸງຮັກສາເຄື່ອງ ແລະ ອຸປະກອນຕ່າງໆພາຍໃນລົດ ໃຫ້ຢູ່ໃນສະພາບທີ່ໃຊ້ງານໄດ້;
- ລາຍງານຕໍ່ຫົວຫນ້າສາຍງານ ກໍລະນີ ທີ່ເຫັນວ່າລົດມີການເປ່ເພຫຼາຍ ແລະ ຕ້ອງໄດ້ນໍາສົ່ງເຂົ້າສູນ ຫຼື ຮ້ານສ້ອມແປງອື່ນ;
- ຊ່ວຍຕິດຕາມ ແລະ ປະສານກັບຮ້ານສ້ອມແປງພາຍນອກ ກໍລະນີທີ່ຕ້ອງນໍາສົ່ງລົດໄປສ້ອມແປງ ຢູ່ບ່ອນອື່ນ;
- ລົງບັນທຶກປະຈໍາວັນກ່ຽວກັບປະຫວັດການສ້ອມແປງ ແລະ ປ່ຽນຖ່າຍ ຂອງລົດ, ເຮັດເອກະສານຮັບຮອງການກວດເຊັກ
- ສະພາບ, ບັນທຶກສະຖິຕິການກວດສອບສະພາບລວມ ແລະ ຈັດເກັບຂໍ້ມູນລາຍລະອຽດທຸກຢ່າງທີ່ກ່ຽວກັບລົດ;
- ອານາໄມຮັກສາຄວາມສະອາດສະຖານທີ່ເຮັດວຽກຂອງຕົນຢ່າງເປັນປະຈໍາ;
- ຊ່ວຍຂື້ນແຜນສັ່ງຊື້ອຸປະກອນຕ່າງໆເພື່ອມາສໍາຮອງໃວ້ໃນການປ່ຽນຖ່າຍ ແລະ ສ້ອມແປງໃນເບື້ອງຕົ້ນ;
- ຕິດຕໍ່ປະສານງານກັບຫນ່ວຍງານທີ່ກ່ຽວຂ້ອງເພື່ອໃຫ້ການປະຕິບັດງານເປັນໄປດ້ວຍຄວາມສະດວກ, ວ່ອງໄວ ແລະ ປະສິດທິພາບ;
- ເຮັດຫນ້າທີ່ອື່ນໆ ຕາມການມອບຫມາຍຈາກຫົວຫນ້າສາຍງານ.
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
- ລະດັບການສຶກສາຊັ້ນສູງ ຫຼື ປະລິນຍາຕີ ສາຂາຊ່າງກົນຈັກລົດຍົນ ຫຼື ສາຂາທີ່ກ່ຽວຂ້ອງ ເພດ: ຊາຍ, ອາຍຸ 30 ປີຂື້ນໄປ
- ມີປະສົບການດ້ານ ວຽກງານການສ້ອມແປງລົດໄຫ່ຍ ຫຼື ເຄີຍເຮັດວຽກຢູ່ກະລາລົດໄຫ່ຍ 1-2 ປີ
📁 ທັກສະ ແລະ ຄວາມສາມາດທີ່ຕ້ອງການ
- ມີແນວຄິດລິເລີ້ມ ແລະ ຮຽນຮູ້ເພື່ອພັດທະນາຕົນເອງ;
- ມະນຸດສໍາພັນດີ, ມີຄວາມກະຕືລຶລົ້ນ;
- ມີຄວາມຊື່ສັດຕໍ່ຫນ້າວຽກ, ມີລະບຽບໃນການເຮັດວຽກ ແລະ ອື່ນໆ...
💰 ດ້ານສະຫວັດດີການ ພະນັກງານ
- ບໍລິສັດຮັບຜິດຊອບອາກອນລາຍໄດ້, ອາຫານ 3 ຄາບ/ວັນ ແລະ ທີ່ພັກໃຫ້ພະນັກງານ ແລະ ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີເງິນຫ່າງໄກ່ບ້ານ 800,000 ກີບ/ເດືອນ, ມີປະກັນສັງຄົມ ;
- ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
- ເຮັດວຽກຄົບ 49 ວັນພັກ 7 ວັນ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ສາມາດສະແກນ QR Code ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້
ປິດຮັບ:
15 ມີນາ 2025