
ບ່ອນປະຈຳການ: ເຂື່ອນໄຟຟ້າ ນໍ້າອີມູນ, ບ້ານ ດາກໂຈມ, ເມືອງ ດາກຈຶງ, ແຂວງ ເຊກອງ
💼 ໜ້າທີ່ຮັບຜິດຊອບຫຼັກ
- ສ້າງເຄື່ອງມືຄຸ້ມຄອງເຄື່ອງ Spare Part ຕ່າງໆ ພາຍໃນສາງທັງໝົດຂອງເຂື່ອນ;
- ຮັບຜິດຊອບຄຸ້ມຄອງ ແລະ ບັນທຶກລາຍການ ຮັບເຂົ້າ-ຈ່າຍອອກ ຂອງເຄື່ອງໃນສາງທັງໝົດ ຢູ່ເຂື່ອນ ພ້ອມເຮັດສະຫຼຸບ ລາຍງານ ທຸກໆທ້າຍທ້າຍອາທິດ, ເດືອນ ແລະ ປີ ໃຫ້ຫົວໜ້າສາຍງານ ແລະ ຄະນະຜູ້ຈັດການໃຫ້ຮັບຊາບ;
- ກວດນັບເຄື່ອງອາໄຫຼ່ໃນສາງ ແລະ ເຄື່ອງ Spare Part ທັງໝົດໃນສາງ ຂອງເຂື່ອນ ພ້ອມສະຫຼຸບລາຍງານຕໍ່ ຜູ້ຈັດການ ເຂື່ອນ, ທຸກໆ ເດືອນ ແລະ ຂື້ນແຜນ ສະເໜີຫາໜ່ວຍງານຈັດຊື້ເພື່ອຈັດຊື້ເຄື່ອງມາສໍາຮອງ ໃນເດືອນຕໍ່ໄປ;
- ຮັບຜິດຊອບຈັດສັນ ແລະ ເກັບມ້ຽນເຄື່ອງໃນສາງ ໃຫ້ໄດ້ມາດຖານ ແລະ ເປັນລະບົບ;
- ຮັບປະກັນຄຸນນະພາບ ຂອງການເກັບຮັກສາເຄື່ອງໃນສາງ ແລະ ຮັບປະກັນບໍ່ໃຫ້ເຄື່ອງເສຍຫາຍ;
- ສະຫຼຸບປະເພດເຄື່ອງອາໄຫຼ່ທຸກຊື້ສ່ວນ ແລະ ເຄື່ອງ Spare Part ທຸກຢ່າງເປັນລາຍວັນ,ລາຍອາທິດ, ລາຍເດືອນພ້ອມທັງ ລາຍງານຫານຜູ້ຈັດການເຂື່ອນຢ່າງເປັນປະຈໍາ;
- ເບິ່ງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດ ຂອງສາງເກັບເຄື່ອງອາໄຫຼ່ຂອງເຂື່ອນ;
- ສະໜອງຂໍ້ມູນຕາຕາລາງເຄື່ອງໃນສາງ ຂອງເຂື່ອນ ໃຫ້ແກ່ທີມງານກວດສອບ ແລະ ໜ່ວຍງານຄຸ້ມຄອງ ຊັບສິນ ສໍານັກງານໃຫ່ຍ;
- ເປັນເຈົ້າການ ໃນການຊຳລະສະສາງເຄື່ອງໃນສາງ ຂອງເຂື່ອນ ທີ່ໝົດອາຍຸການນໍາໃຊ້ ຫຼື ເຄື່ອງທີ່ເປເພເສຍຫາຍ ແລະ ບໍ່ສາມາດນໍາໃຊ້ໄດ້;
- ພ້ອມທັງເປັນຜູ້ຄອຍສັງເກດເກັບກຳບັນຫາທີ່ເກີດ ເພື່ອລາຍງານຕໍ່ ຫົວໜ້າສາຍງານ ແລະ ຜູ້ຈັດການເຂື່ອນ ເພື່ອຫາ ວິທີປ້ອງກັນຄວາມເສຍຫາຍທີ່ອາດເກີດຂຶ້ນໄດ້ທັນເວລາ;
- ແຍກປະເພດເຄື່ອງອາໄຫຼ່ດ້ວຍລະຫັດໃຫ້ກັບເຄື່ອງທຸກຊີ້ນສ່ວນ ແລະ ເຮັດເອກະສານອ້າງອີງໃຫ້ຕົງກັບລາຍການ ສິນຄ້າທີ່ໄດ້ຮັບບເຂົ້າໃນສາງ
- ກຳນົດການຈັດສັນເຄື່ອງອາໄຫຼ່, ເຄື່ອງສະແປພາດທຸກປະເພດເພື່ອຄວາມສະດວກໃນການເບີກຈ່າຍເຄື່ອງ
- ເຮັດລາຍການລະບູສະຖານທີ່ເກັບເຄື່ອງອາໄຫຼ່ທຸກຊີ້ນສ່ວນເຊັ່ນ: ສະຖານທີ່ວາງເຄື່ອງ ແລະ ເລກທີ່ຊັ້ນວາງເຄື່ອງ
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
- ຮຽນຈົບ ປະລິນຍາຕີ ໄຟຟ້າ ຫຼື ສາຂາອື່ນໆທີກ່ຽວຂ້ອງ;
- ມີປະສົບການ ດ້ານການຈັດສັນສາງ ຢ່າງໜ້ອຍ 1 ປີ.
- ມີຄວາມຮູ້ເລື່ອງອຸປະກອນ Spare Part ຕ່າງໆ ພາຍໃນເຂື່ອນ.
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
- ສາມາດໄປເຮັດວຽກປະຈຳຢູ່ຕ່າງແຂວງໄດ້
- ສາມາດສື່ສານເຂົ້າຮ່ວມປະຊຸມ, ອ່ານ ແລະ ຂຽນໄດ້ເປັນ ພາສາອັງກິດ.
💰 ດ້ານສະຫວັດດີການ ພະນັກງານ
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ອາຫານ 3 ຄາບ/ມື້, ທີ່ພັກ ແລະ ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີເງິນຫ່າງໄກ່ບ້ານ 800,000 ກີບ/ເດືອນ, ມີກວດສຸຂະພາບປະຈໍາປີຟຣີ;
- ມີປະກັນສັງຄົມ, ປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
- ເຮັດວຽກຄົບ 49 ວັນພັກ 7 ວັນ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ສາມາດສະແກນ QR Code ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້
ປິດຮັບ:
15 ມີນາ 2025