
ບ່ອນປະຈຳການ: ເຂື່ອນໄຟຟ້າ ນໍ້າງຽບ 3ເອ, ບ້ານ ລະມອງ, ເມືອງ ພູວົງ, ແຂວງ ອັດຕະປື
💼 ໜ້າທີ່ຮັບຜິດຊອບຫຼັກ
- ເປັນເສນາທິການໃຫ້ແກ່ ຜູ້ຈັດການເຂື່ອນ, ຄະນະຜູ້ອໍານວຍການ ທີ່ກ່ຽວຂ້ອງກັບວຽກງານປັບປຸງພັດທະນາຂອງເຂື່ອນ;
- ກວດກາຕິດຕາມ ເເລະ ຊີ້ນໍາວຽກງານ ປັບປຸງ ເເລະ ພັດທະນາຕ່າງໆ ຂອງເຂື່ອນໄຟຟ້າ ນໍ້າກົງ 2;
- ຂຶ້ນແຜນປະຈໍາເດືອນ, ປະຈໍາປີ ໃນວຽກງານປັບປຸງ ເເລະ ພັດທະນາຂອງເຂື່ອນໃຫ້ມີການພັດທະນາທີ່ດີຂຶ້ນ;
- ກວດກາສະພາບເຂື່ອນຫຼັກ, ເຮືອນຈັກ, ອາຄານທີ່ພັກ ເເລະ ອາຄານສະຖານທີ່ອື່ນໆ ຂອງເຂື່ອນ;
- ຊີ້ນໍາ ແລະ ນໍາພາກວດກາລະບົບກໍ່ສ້າງພາຍໃນເຂື່ອນ;
- ຕິດຕາມກວດກາລະບົບກໍ່ສ້າງຂອງ ເສັ້ນທາງ, ຂົວທັງຫມົດທີ່ຂື້ນກັບຄວາມຮັບຜິດຊອບຂອງເຂື່ອນ;
- ຕິດຕາມກວດກາລະບົບໂຄງສ້າງ ອົງປະກອບທັງຫມົດຂອງເຂື່ອນ;
- ກວດກາລະບົບໂຄງສ້າງທັງຫມົດຂອງ ອົງປະກອບເຂື່ອນ;
- ຊຸກຍູ້ເອກະສານ ເເລະ ວຽກງານ ທີ່ພົວພັນກັບວຽກງານປັບປຸງພັດທະນາເຂື່ອນ;
- ລາຍງານວຽກງານປັບປຸງພັດທະນາໃຫ້ແກ່ຄະນະຝ່າຍ ແລະ ຄະນະຜູ້ບໍລິຫານລະດັບສູງ;
- ຕິດຕາມກວດກາແຜນງົບປະມານສໍາລັບ ການຈັດຊື້ເຄື່ອງໃຊ້ຫ້ອງການ, ເຄື່ອງອຸປະໂພກ, ບໍລິໂພກ, ອຸປະກອນສໍາລັບ ບໍາລຸງຮັກສາ ແລະ ສ້ອມແປງພາຍໃນເຂື່ອນ;
- ຮັບຜິດຊອບ ແລະ ຊີ້ນໍາວຽກງານ ຂະແຫນງຫ້ອງການບໍລິຫານເຂື່ອນລວມມີ: ຫ້ອງການບໍລິຫານ, ຫນ່ວຍງານບຸກຄະລາກອນ, ຫນ່ວຍງານບັນຊີ-ການເງິນ, ຫນ່ວຍງານບໍລິຫານແຄັມ, ຫນ່ວຍງານສິ່ງແວດລ້ອມ ແລະ ຄວາມປອດໄພ;
- ຕິດຕາມການປະຕິບັດວຽກ ແລະ ມີສ່ວນຮ່ວມໃນການອະທິບາຍແກ້ໄຂ້ຂໍ້ຫຍຸ້ງຍາກຕ່າງໆ ທີ່ອາດເກີດຂື້ນພາຍໃນເຂື່ອນ;
- ພັດທະນາປັບປຸງ ລະບົບການປະຕິບັດວຽກ ລວມເຖິງການຈັດສັນລະບົບການເກັບມ້ຽນເອກະສານໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສອດຄ່ອງກັບສະພາບຕົວຈິງ;
- ປະຕິບັດຫນ້າທີ່ອື່ນໆ ຕາມການມອບຫມາຍຂອງ ຄະນະຜູ້ຈັດການເຂື່ອນ, ຄະນະຜູ້ອໍານວຍການ ຜູ້ຊີ້ນໍາ; 16. ປະສານງານ ແລະ ພົວພັນ ວຽກທີ່ກ່ຽວຂ້ອງກັບພາກລັດ ເປັນຕົ້ນ: ວຽກພັດທະນາປົ່ງປຸງ.
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
- • ລະດັບການສຶກສາຈົບປະລິນຍາຕີ ສາຂາວິຊາ ໂຍທາ, ກໍ່ສ້າງຂົວທາງ ເເລະ ອາຄານ ຫຼື ສາຂາວິຊາທີ່ກ່ຽວຂ້ອງ;
- • ປະສົບການຢ່າງຫນ້ອຍ ໃນການເປັນຜູ້ບໍລິຫານຈັດວຽກງານທີ່ກ່ຽວຂ້ອງການຢ່າງຫນ້ອຍ 05 ປີຂື້ນໄປ;
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
- ສາມາດນໍາໃຊ້ ພາສາອັງກິດໃນລະດັບດີ;
- ສາມາດນໍາໃຊ້ ຄອມພິວເຕີ (Microsoft word ແລະ Excel);
- ມີມະນຸດສໍາພັນດີ, ຍິ້ມແຍ້ມແຈ່ມໃສ; ມີຄວາມຫ້າວຫັນຕໍ່ຫນ້າທີ່ວຽກງານຂອງຕົນ; ມີຄວາມຊື່ສັດຕໍ່ຫນ້າວຽກ, ມີລະບຽບໃນການເຮັດວຽກ ແລະ ອື່ນໆ.
💰 ດ້ານສະຫວັດດີການ ພະນັກງານ
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ອາຫານ 3 ຄາບ/ມື້, ທີ່ພັກ ແລະ ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີກວດສຸຂະພາບປະຈໍາປີຟຣີ;
- ມີປະກັນສັງຄົມ, ປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
- ເຮັດວຽກຄົບ 21 ວັນພັກ 7 ວັນ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ສາມາດສະກົດເຂົ້າລິ້ງ Apply job online ເພື່ອສະໝັກຜ່ານອອນລາຍ ຫຼື ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້
ປິດຮັບ:
15 ມີນາ 2025