
ບ່ອນປະຈຳການ: ເຂື່ອນໄຟຟ້າ ເຊນໍ້ານ້ອຍ 1, ບ້ານ ແບ່ງພູຄຳ, ເມືອງ ສາມັກຄີໄຊ, ແຂວງ ອັດຕະປື
💼 ໜ້າທີ່ຮັບຜິດຊອບຫຼັກ
- ຕິດຕາມ, ກວດກາ ອົງປະກອບການຜະລິດ ເຊັ່ນ: ເຂື່ອນຫຼັກ, ປະຕູນ້ໍາ, ຄອງສົ່ງນໍ້າ, ອຸມົງສົ່ງນໍ້າ, ທໍ່ສົ່ງນໍ້າ ແລະ ເຮືອນຈັກ ປະຈໍາວັນ ແລະ ປະຈໍາອາທິດ;
- ກວດກາ, ວາງແຜນ ແລະ ນໍາທິມງານບໍາລຸງຮັກສາ ແລະ ສ້ອມແປງ ຖະຫນົນຫົນທາງ, ຫ້ອງການ ແລະ ແຄ້ມພັກທີ່ເປ່ເພ;
- ຕິດຕາມກວດນໍ້າຮົ່ວຊຶມຂອງເຂື່ອນຫຼັກ ແລະ ຄອງສົ່ງນໍ້າ ປະຈໍາວັນ;
- ຕິດຕາມປະລິມານນໍ້າຝົນໄຫຼເຂົ້າອ່າງ, ນໍ້າໄຫຼອອກຈາກເຮືອນຈັກ ແລະ ປະລິມານນໍ້າລົ້ນອອກຈາກສັນເຂື່ອນ ( Spillway) ປະຈໍາວັນ;
- ກວດກາລະບົບກໍ່ສ້າງຂອງ ອາຄານ ເຮືອນຈັກ, ແຄ້ມພັກພະນັກງານ ແລະ ອື່ນໆ;
- ອອກແບບ ແລະ ຄິດໄລ່ບໍລິມາດ ໂຄງການກໍ່ສ້າງ ພາຍໃນເຂື່ອນ;
- ກວດກາລະບົບກໍ່ສ້າງຂອງເສັ້ນທາງ, ກວດກາລະບົບໂຄງສ້າງທັງຫມົດຂອງເຂື່ອນ Slope & Support penstock;
- ກວດກາລະບົບໂຄງສ້າງທັງຫມົດຂອງ Head Tank
- ສະຫຼຸບລາຍງານ ປະຈໍາວັນ, ປະຈໍາເດືອນ, ປະຈໍາໄຕມາດ ແລະປະຈໍາປີ ໃຫ້ຄະນະຜູ້ຈັດການເຂື່ອນ;
- ປະຕິບັດຫນ້າທີ່ອື່ນໆ ຕາມການມອບຫມາຍຂອງ ຜູ້ຈັດການເຂື່ອນ.
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
- ລະດັບການສຶກສາ ຈົບຊັ້ນສູງ ຫຼື ປະລິນຍາຕີ ສາຂາວິຊາ ໂຍທາ, ກໍ່ສ້າງຂົວທາງ ແລະ ອຸທົກກະສາດ ຫຼື ສາຂາທີ່ ກ່ຽວຂ້ອງ
- ປະສົບການດ້ານ ວຽກໂຍທາ ແລະ ບໍລິຫານຈັດການນໍາມາກ່ອນໃນເຂື່ອນໄຟຟ້າໃດຫນຶ່ງ ຢ່າງຫນ້ອຍ 1 ປີ
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
- ເພດ ຊາຍ, ອາຍຸ 25-45 ປີ ຂື້ນໄປ;
- ສາມາດນໍາໃຊ້ Auto CAD, Sketch up, Microsoft Office, ເປັນຢ່າງດີ;
- ມະນຸດສໍາພັນດີ, ມີທັກສະການສື່ສານທີ່ດີ;
- ມີຄວາມກະຕືລືລົ້ນ, ມີຄວາມຮັບຜິດຊອບສູງ, ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ;
- ມີສຸຂະພາບແຂງແຮງ, ມີຄວາມອົດທົນຕໍ່ຫນ້າວຽກ, ມີລະບຽບໃນການເຮັດວຽກ ແລະ ສາມາດປະຈໍາຢູ່ຕ່າງແຂວງໄດ້;
- ມີພູມລໍາເນົາຢູ່ໃນແຂວງອັດຕະປື ຫຼື ເຂດໃກ້ຄຽງ ພິຈາລະນາເປັນພິເສດ.
💰 ດ້ານສະຫວັດດີການ ພະນັກງານ
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ເງິນກິນເຂົ້າ 80,000 ກີບ/ມື້, ທີ່ພັກ ແລະ ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີກວດສຸຂະພາບປະຈໍາປີຟຣີ;
- ມີປະກັນສັງຄົມ, ປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
- ເຮັດວຽກຄົບ 21 ວັນພັກ 7 ວັນ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ສາມາດສະແກນ QR Code ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້
ປິດຮັບ:
15 ມີນາ 2025