ຜູ້ຊ່ວຍສຳຫຼວດ
Image 1

ບ່ອນປະຈຳການ: ໂຄງການກໍ່ສ້າງ ເຂື່ອນຫໄຟຟ້າ ນໍ້າພາກ, ບ້ານ ໜອງຫຼວງ, ເມືອງ ປາກຊ່ອງ, ແຂວງ ຈຳປາສັກ

💼 ໜ້າທີ່ຮັບຜິດຊອບຫຼັກ

  • ຊ່ວຍຮັກສາອານາໄມເຄື່ອງມືຂອງການສໍາຫຼວດ ແລະ ເກັບຮັກສາໄວ້ໃຫ້ເປັນລະບຽບ;
  • ຊ່ວຍຕິດຕັ້ງເຄື່ອງມືກ່ອນຈະທໍາການສໍາຫຼວດ; 
  • ຊ່ວຍຍ່າງສໍາຫຼວດເກັບລາຍລະອຽດ ພື້ນຖານພູມສັນຖານ ແລະ ເຂດກໍ່ສ້າງ; 
  • ຊ່ວຍຊອກຈຸດຕ່າງໆໃນການສໍາຫຼວດອຸໂມງ; 
  • ຊ່ວຍແບກຂາກ້ອງ ແລະ ຫນ່ວຍກ້ອງເຂົ້າໃນອຸໂມງ; 
  • ຊ່ວຍຕັ້ງກ້ອງ ແລະ ອ່ານກ້ອງ; 
  • ເຈາະຊີຫີນເພື່ອງຝັງນັອດຈັບຈຸດກວດກາ; 
  • ສີດສະເປເຊັນເຕີລາຍ ແລະ ຫມາຍສະເຕກິໂລແມັດ; 
  • ເດີນລະດັບເຂົ້າໃນອຸໂມງ; 
  • ຊ່ວຍດຶງແມັດຍາວເວລາເຊັກອາຄານແບຈະເທປູນ;
  • ຊ່ວຍເກັບໍລິມາດຈຸອຸໂມງ; 
  • ເຮັດຫນ້າທີ່ອື່ນໆຕາມການມອບຫມາຍຈາກຫົວຫນ້າສາຍງານ. 

🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ

  • ຈົບ ມໍ 3 ຂື້ນໄປ 
  • ເຄີຍເຮັດວຽກຢູ່ຕາມບໍລິສັດ, ໂຄງການ ແລະ ອື່ນໆ 

📁 ທັກສະ ແລະ ຄວາມສາດທີ່ຕ້ອງການ

  • ສາມາດເວົ້າຂີດຂຽນພາສາລາວໄດ້ເປັນຢ່າງດີ; 
  • ມີແນວຄິດລິເລີ້ມ ແລະ ຮຽນຮູ້ເພື່ອພັດທະນາຕົນເອງ; 
  • ມະນຸດສໍາພັນດີ; 
  • ມີຄວາມກະຕືລຶລົ້ນ; 
  • ມີຄວາມຊຶສັດຕໍ່ຫນ້າວຽກ, ມີລະບຽບໃນການເຮັດວຽກ ແລະ ອື່ນໆ... 

💰 ດ້ານສະຫວັດດີການ ພະນັກງານ

  • ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ອາຫານ 3 ຄາບ/ມື້, ທີ່ພັກ ແລະ ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີກວດສຸຂະພາບປະຈໍາປີຟຣີ;
  • ມີປະກັນສັງຄົມ, ປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
  • ເຮັດວຽກຄົບ 49 ວັນພັກ 7 ວັນ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).

📂 ວິທີ່ສະໝັກວຽກກັບພວກເຮົາ

  • ສາມາດສະແກນ QR Code ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
  • ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,​ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.

ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້

ປິດຮັບ: 15 ມີນາ 2025