ພະນັກງານ ສຳຫຼວດ
Image 1

ບ່ອນປະຈຳການ: ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ນໍ້າພາກ, ບ້ານ ໜອງຫຼວງ, ເມືອງ ປາກຊ່ອງ, ແຂວງ ຈຳປາສັກ

💼 ໜ້າທີ່ຮັບຜິດຊອບຫຼັກ

  • ກວດກາຈຸດ BM (Bench Mark) ກ່ອນ ວ່າຖືກຕ້ອງ ຫຼື ບໍ່ ກ່ອນຈະລົງມືກໍ່ສ້າງເຂື່ອນ;
  • ສ້າງຈຸດ BM (Bench Mark) ໃຫມ່ ທີໄກ້ກັບສະຖານທີກໍ່ສ້າງ; 
  • ສໍາຫຼວດເກັບຂໍ້ມູນບ່ອນທີຈະເປີດວຽກບຸກເບີກ; 
  • ສໍາຫຼວດເກັບຂໍ້ມູນເພື່ອຄິດໄລ່ບໍລີມາດກັບຜູ້ຮັບເຫມົາ; 
  • ເກັບລາຍລະອຽດດີນຫນ້າວຽກທີຖືກໂຄງການກໍ່ສ້າງ; 
  • ກວດເຊັກແບບອາຄານຕ່າງໆກັບຜູ້ຮັບເຫມົາ; 
  • ກະກຽມ,ແຜນທີ່,ບົດລາຍງານ ຂອງການສໍາຫຼວດ; 
  • ກວດສອບຄວາມຖືກຕ້ອງຂອງຂໍ້ມູນສໍາຫຼວດ,ວັດແທກ ແລະ ຄິດໄລ່ຈຸດທີ່ຖືກສໍາຫຼວດ; 
  • ບັນທຶກຜົນໄດ້ຮັບຂອງການສໍາຫຼວດ,ຮູບຮ່າງ, ເສັ້ນທາງ, ສະຖານທີ່ ແລະ ຄວາມຊັນຂອງເສັ້ນທາງໃຫ້ໄດ້ຕາມມາດຕະຖານ;
  • ວັດແທກ ແລະ ຄິດໄລ່ລັກສະນະຕ່າງໆຂອງພູມສັນຖານ; 
  • ກະກຽມ ແລະ ຈັດລະບຽບຂໍ້ມູນຂອງການສໍາຫຼວດ; 
  • ວາງແຜນ ແລະ ດໍາເນີນການສໍາຫຼວດຢ່າງມີແບບແຜນ;
  • ເປັນເຈົ້າການໃນການເຮັດວຽກ. 

🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ 

  • ຈົບປະລິນຍາຕີ ສາຂາ ໂຍທາ ຫຼື ສາຂາອື່ນໆ ທີ່ກ່ຽວຂ້ອງ; ເພດຊາຍ, ອາຍຸ 25-35 ປີ; 
  • ປະສົບການໃນການເຮັດວຽກຢ່າງຫນ້ອຍ 1-3 ປີ ຂື້ນໄປ 
  • ສາມາດນໍາໃຊ້ MS Words, Excel, PowerPoint, Outlook ແລະ Email ໄດ້ດີ; 

📁 ທັກສະ ແລະ ຄວາມສາດທີ່ຕ້ອງການ

  • ມີຄວາມຮູ້ທາງດ້ານພາສາອັງກິດ ໃນລະດັບດີ; ມີແນວຄິດລິເລີ່ມ ແລະ ຮຽນຮູ້ເພື່ອພັດທະນາຕົນເອງ; 
  • ມະນຸດສໍາພັນດີ ແລະ ເຮັດວຽກເປັນທີມໄດ້ດີ; ມີຄວາມກະຕືລືລົ້ນໃນການປະຕິບັດວຽກ; 
  • ມີຄວາມຊຶສັດຕໍ່ຫນ້າວຽກ, ມີລະບຽບໃນການເຮັດວຽກ ; 
  • ສາມາດເຮັດວຽກລ່ວງເວລາ ແລະ ວຽກອື່ນໆທີ່ນອກເຫນືອຈາກຫນ້າທີ່ຮັບຜິດຊອບໄດ້ 

💰 ດ້ານສະຫວັດດີການ ພະນັກງານ

  • ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ອາຫານ 3 ຄາບ/ມື້, ທີ່ພັກ ແລະ ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີກວດສຸຂະພາບປະຈໍາປີຟຣີ;
  • ມີປະກັນສັງຄົມ, ປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
  • ເຮັດວຽກຄົບ 49 ວັນພັກ 7 ວັນ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).

📂 ວິທີ່ສະໝັກວຽກກັບພວກເຮົາ

  • ສາມາດສະແກນ QR Code ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
  • ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,​ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.

ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້

ປິດຮັບ: 15 ມີນາ 2025