ຜູ້ຊ່ວຍ ຜູ້ອຳນວຍການຝ່າຍ ຄຸ້ມຄອງການຜະລິດ ແລະ ບຳລຸຸງຮັກສາ
Image 1

ປະຈຳ ສຳນັກງານໃຫຍ່, ບ້ານ ໜອງບ່ອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

💼 ໜ້າທີ່ຮັບຜິດຊອບຫຼັກ

  • ຊ່ວຍສັງລວມ, ປະສານງານ ຕິດຕາມນໍາຝ່າຍຫ້ອງການ, ໃຫ້ການສະຫນັບສະຫນູນ ແລະ ດໍາເນີນເອກະສານໃນການຊໍາລະພັນທະຕ່າງໆໃຫ້ພາກລັດຕາມທີ່ລະບຸໃນເງື່ອນໄຂສັນຍາສໍາປະທານ (CA); 
  • ຊ່ວຍໃນການຕິດຕາມການດໍາເນີນການຕາມເງື່ອນໄຂຂອງ ສັນຍາຊື້-ຂາຍໄຟຟ້າ (PPA); 
  • ຊ່ວຍກຽມຂໍ້ມູນປະກອບເຂົ້າໃນຮ່າງ ສັນຍາສໍາປະທານ (Concession Agreement) ແລະ ສັນຍາຊື້-ຂາຍໄຟຟ້າ (Power Purchase Agreement). 
  • ຊ່ວຍວາງແຜນ ຈັດຕັ້ງທີມງານ ຝ່າຍເຈົ້າຂອງໂຄງການປະຈໍາສະຫນາມ ແລະ ເຮັດແຜນງົບປະມານໂຄງການ. ວາງແຜນຮ່ວມ ກັບ ຝ່າຍບຸກຄະລາກອນ ຊອກຫາທີມງານ ຝ່າຍເຈົ້າຂອງໂຄງການປະຈໍາສະຫນາມ ແລະ ຮັບຜິດຊອບ ໃນການສັນຫາທີມງານ ດັ່ງກ່າວເຂົ້າໂຄງການໃຫ້ທັນເວລາ ໂດຍການພົວພັນໃຫ້ຝ່າຍ ບໍລິຫານທຸລະກິດ ແລະ ພົວພັນພາກລັດ ຊ່ວຍດໍາເນີນການ ດ້ານນິຕິກໍາ;
  • ຊ່ວຍວຽກງານພົວພັນ ແລະ ປະສານງານ ກັບບັນດາຝ່າຍ ແລະ ເຂື່ອນ/ໂຄງການ ທີ່ພົວພັນກັບ ວຽກຈັດຕັ້ງປະຕິບັດບັນດາເຂື່ອນຜະລິດ ແລະ ບຳລຸງຮັກສາ;
  • ເດີນທາງໄປເຮັດວຽກຕ່າງແຂວງ ຮ່ວມກັບ ຜູ້ອໍານວຍການຝ່າຍ DOM ເພື່ອຕິດຕາມຄວາມຄືບຫນ້າຂອງເຂື່ອນຜະລິດ ປະຈໍາ ເດືອນ, ປະຈໍາໄຕມາດ, ປະຈໍາປີ ພ້ອມທັງເຮັດບົດບັນທຶກກອງປະຊຸມ ແລະ ເຮັດບົດລາຍງານ;
  • ຊ່ວຍເຮັດບົດລາຍງານຄວາມຄືບຫນ້າ ຂອງເຂື ່ອນຜະລິດ ປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາປີ ເພື່ອລາຍງານຕໍ່ຜູ້ອໍານວຍການຝ່າຍ DOM 
  • ເຂົ້າຮ່ວມກອງປະຊຸມເພື່ອບັນທຶກກອງປະຊຸມ ກັບຄະນະ ຜູ້ອໍານວຍການຝ່າຍ DOM, ຄະນະຜູ້ບໍລິຫານ ປະຈໍາ ສໍານັກງານໃຫຍ່, ເພື່ອລາຍງານວຽກທີ່ໄດ້ຮັບຜິດຊອບ ປະຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ ແລະ ປະຈໍາປີ;
  • ປະຕິບັດຫນ້າວຽກທີ່ກ່ຽວຂ້ອງກັບຝ່າຍ DOM ແລະ ຝ່າຍອື່ນໆ ຕາມການມອບຫມາຍໃຫ້ແຕ່ລະໄລຍະໂດຍຜູ້ອໍານວຍການຝ່າຍ DOM.

🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ 

  • ການສຶກສາລະດັບປະລິນຍາຕີ ຂະແຫນງ ວິສະວະກໍາກໍ່ສ້າງ ຫຼື ສາຂາອື່ນ ທີ່ກ່ຽວຂ້ອງ; 
  • ປະສົບການຢ່າງຫນ້ອຍ 5 ປີ ດ້ານໂຄງການກໍ່ສ້າງເຂື່ອນ ຫຼື ເຂື່ອນທີ່ຜະລິດໄຟຟ້າ;
  • ມີຄວາມສາມາດໃນການຂຽນບົດລາຍງານ, ການເຮັດບົດວິເຄາະ, ການສະຫຼຸບວຽກງານທີ່ກ່ຽວຂ້ອງ ສາມາດນໍາໃຊ້ຄອມພິວເຕີໄດ້ເປັນຢ່າງດີ 
  • ສາມາດຈັດລໍາດັບຄວາມສໍາຄັນຂອງວຽກໄດ້ ມີຄວາມຮູ້ດ້ານພາສາອັງກິດສາມາດ ອ່ານ, ຂຽນ, ຟັງ ແລະ ສື່ສານໄດ້ໃນລະດັບດີ 

📁 ທັກສະ ແລະ ຄວາມສາດທີ່ຕ້ອງການ

  • ສາມາດນໍາໃຊ້ ພາສາຫວຽດນາມ ແລະ ພາສາອັງກິດໄດ້ດີ ໃນການສື່ສານວຽກງານດ້ານຕ່າງໆ;
  • ມີຄວາມສາມາດ ເປັນຜູ້ນໍາ ໃນການຈັດການທີມງານ ແບບຕໍ່ເນື່ອງ ແລະ ເກັບຂໍ້ມູນ ບົດລາຍງານ ຂອງທີມງານທີ່ ຮັບຜິດຊອບ; 
  • ມີສຸຂະພາບແຂງແຮງ, ບຸກຄະລິກດີ ມະນຸດສໍາພັນດີ ແລະ ສາມາດເຮັດວຽກເຂົ້າກັບທີມງານໄດ້ເປັນຢ່າງດີ; 
  • ມີການລະດົມແນວຄວາມຄິດໃນການແກ້ໄຂບັນຫາຮ່ວມກັນກັບຄະນະຊ່ຽວຊານ ແລະ ຄະນະບໍລິຫານ;
  • ສາມາດນໍາໃຊ້ Microsoft office Word, Excel, PowerPoint & Outlook ແລະ ໂປຣແກມສະເພາະດ້ານ ທີ່ກ່ຽວຂ້ອງໄດ້ເປັນຢ່າງດີ;
  • ສາມາດຮັບມືກັບຄວາມກົດດັນໄດ້ ແລະ ຫາທາງອອກທີ່ສາມາດເຫັນຜົນໄດ້, ມີຄວາມເຂົ້າໃຈ ແລະ ການນໍາພາທີ່ດີກັບທີມງານ; 
  • ມີຄວາມກະຕື້ລືລົ້ນ, ພັດທະນາ ແລະ ນໍາໃຊ້ແນວທາງ, ເຕັກໂນໂລຊີ ເຂົ້າໃນວຽກງານ ເພື່ອກ້າວໄປສູ່ມາດຕະຖານສາກົນ; 
  • ມີຄວາມຊື່ສັດ, ໂປ່ງໃສຕໍ່ຫນ້າທີ່ວຽກງານ ແລະ ເຮັດວຽກມີແບບແຜນ; 
  • ສາມາດປັບ ສ້າງເອກະສານ ເພື່ອເຮັດເປັນແບບຟອມລາຍງານໄດ້ເປັນຢ່າງດີ; 
  • ສາມາດເຮັດວຽກປະຈໍາພາກສະຫນາມໄດ້ ຕາມຄວາມຈໍາເປັນ ແລະ ການມອບຫມາຍຂອງຄະນະບໍລິຫານ. 

💰 ດ້ານສະຫວັດດີການ ພະນັກງານ

  • ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ສະຫວັດດີການເງິນກິນເຂົ້າ 100,000 ກີບ/ມື້, ທີ່ພັກ ແລະ ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີກວດສຸຂະພາບປະຈໍາປີຟຣີ;
  • ມີປະກັນສັງຄົມ, ປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
  • ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).

📂 ວິທີ່ສະໝັກວຽກກັບພວກເຮົາ

  • ສາມາດສະແກນ QR Code ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
  • ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,​ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.

ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້

ປິດຮັບ: 15 ມີນາ 2025