
ຕຳແໜ່ງ:
ຫົວໜ້າຂະແໜງ ຄຸ້ມຄອງຊັບສິນ
ຝ່າຍ:
ຫ້ອງການບໍລິຫານ
ປະຈຳ
ສຳນັກງານໃຫຍ່, ບ້ານ ໜອງບ່ອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
💼 ໜ້າທີ່ຮັບຜິດຊອບຫຼັກ
- ຊີ້ນໍາ ແລະ ຕິດຕາມ
ວຽກງານຄຸ້ມຄອງຊັບສິນທັງຫມົດຂອງສໍານັກງານໃຫຍ່ ແລະ ບັນດາເຂື່ອນ, ຊີ້ນໍາ ແລະ
ຕິດຕາມ ວຽກງານຄຸ້ມຄອງສາງ ຂອງສໍານັກງານໃຫຍ່ ແລະ ບັນດາເຂື່ອນ;
- ຊີ້ນໍາ ແລະ ຕິດຕາມ
ວຽກງານການຄຸ້ມຄອງການບໍາລຸງຮັກສາພາຫະນະທັງຫມົດ ຂອງບໍລິສັດ,
ບັນດາບັນດາເຂື່ອນ ເຊັ່ນ: ສະພາບເຕັກນິກ ແລະ
ປະຫວັດການສ້ອມແປງຕ່າງໆ;
- ຊີ້ນໍາ ແລະ ຕິດຕາມ
ການຮັບເຂົ້າ-ສະສາງຊັບສິນ ປະຈໍາເດືອນ, ໄຕມາດ, ປີ
ແລະ ສະຫຼຸບລາຍງາຍ ແລະ ຕິດຕາມ, ສະເຫນີ ແລະ
ສະຫຼຸບລາຍການຊັບສິນທີ່ຫມົດອາຍຸການຫັກຄ່າຫຼຸ້ຍຫ້ຽນ ແລະ/ຫຼື
ຊັບສິນທີ່ເປເພເສຍຫາຍ ເພື່ອສະສາງຊັບສິນອອກຈາກບັນຊີ;
- ຊີ້ນໍາ ແລະ ຕິດຕາມການນໍາໃຊ້ ແລະ
ຍົກຍ້າຍຊັບສົມບັດທີ່ເປັນ ຂອງ ຜູ້ບໍລິຫານ ຂອງສໍານັກງານໃຫຍ່ ແລະ
- ບັນດາເຂື່ອນ ແລະ
ສະຫຼຸບມູນຄ່າຊັບສິນເພື່ອລາຍງານຕໍ່ຄະນະຝ່າຍ ແລະ ຄະນະຜູ້ບໍລິຫານ;
- ຊີ້ນໍາ ແລະ ຕິດຕາມການນໍາໃຊ້ ແລະ
ຍົກຍ້າຍຊັບສິນ ຂອງສໍານັກງານໃຫຍ່ ແລະ ບັນດາເຂື່ອນ ແລະ
ສະຫຼຸບມູນຄ່າຊັບສິນເພື່ອລາຍງານຕໍ່ຄະນະຝ່າຍ ແລະ/ຫຼື ຄະນະຜູ້ບໍລິຫານ;
- ສະຫນອງຂໍ້ມູນຊັບສິນ
ຂອງສໍານັກງານໃຫຍ່ ແລະ ບັນດາເຂື່ອນ ໃຫ້ແກ່ທິມງານກວດສອບ,
ຕາມທິດຊີ້ນໍາຂອງຫົວຫນ້າຝ່າຍ ແລະ/ຫຼື ຄະນະຜູ້ບໍລິຫານ;
- ຊີ້ນໍາ,
ສ້າງແຜນ ແລະ ຕິດຕາມ ການກວດນັບຊັບປະຈໍາເດືອນ, ໄຕມາດ ແລະ ປີ ຂອງສໍານັກງານໃຫຍ່ ແລະ ບັນດາເຂື່ອນ
ພ້ອມທັງສະຫຼຸບລາຍງານຕໍ່ຄະນະຝ່າຍ ແລະ/ຫຼື ຄະນະຜູ້ບໍລິຫານ;
- ຕິດຕາມ ບົດລາຍງານ ຂໍ້ພົບເຫັນ
ວຽກກວດນັບຊັບສິນ ປະຈໍາ ເດືອນ, ໄຕມາດ, ປີ ຂອງສໍານັກງານໃຫຍ່ ແລະ ບັນດາເຂື່ອນ;
- ຄົ້ນຄວ້າ,
ສະເຫນີ ແລະ ສ້າງເຄື່ອງມືໃນການຄຸ້ມຄອງບໍລິຫານ ຊັບສິນ, ສາງ ແລະ ພາຫະນະ ທັງຫມົດຂອງ
- ສໍານັກງານໃຫຍ່ ແລະ ບັນດາບັນດາເຂື່ອນ;
- ຄົ້ນຄວ້າ,
ປັບປຸງ ແລະ ສ້າງ
ເອກາສານນິຕິກໍາຕ່າງໆທີ່ກ່ຽວກັບວຽກງານຄຸ້ມຄອງຊັບສິນ ເພື່ອສະເຫນີຂໍທິດຊີ້ນໍາຈາກຄະນະຝ່າຍ
ແລະ/ຫຼື ຄະນະຜູ້ບໍລິຫານ;
- ສັງລວມບົດລາຍງານປະຈໍາເດືອນ,
ໄຕມາດ, ປີ ຂອງຫນ່ວຍງານ ຄຸ້ມຄອງຊັບສິນ
ສໍານັກງານໃຫຍ່ ແລະ ບັນດາເຂື່ອນ ເພື່ອລາຍງານຕໍ່ຄະນະຝ່າຍ ແລະ/ຫຼື
ຄະນະຜູ້ບໍລິຫານ;
- ຊີ້ນໍາ,
ຕິດຕາມ ແລະ ປະສານງານກັບ ບໍລິສັດ ປະກັນໄພ ແລະ
ພາກສ່ວນທີ່ກ່ຽວຂ້ອງ ເພື່ອດໍາເນີນການໄກ່ເກ່ຍຄະດີ;
- ຊີ້ນໍາ,
ຕິດຕາມ ແລະ ສ້າງເຮັດບົດລາຍງານ ການສ້ອມແປງ ແລະ
ເຮັດບົດລາຍງານໃນກໍລະນີ ພາຫະນະເກີດອຸບັດຕິເຫດ ຕໍ່ຫົວຫນ້າຝ່າຍ ແລະ ຄະນະບໍລິຫານ;
- ຊີ້ນໍາ,
ຕິດຕາມ ແລະ ປະສານງານການໄກເກ່ຍອຸບັດຕິເຫດຂອງພະຫະນະ ແລະ
ສະຫຼຸບລາຍງານການເກີດອຸບັດຕິເຫດຂອງລົດທີ່ນໍາໃຊ້ຢູ່ ສໍານັກງານໃຫຍ່ ແລະ
ບັນດາເຂື່ອນ;
- ຕິດຕາມ ແລະ
ປະເມີນຜົນການຜົນການດໍາເນີນງານຂອງວິຊາການ ຄຸ້ມຄອງຊັບສິນ ແລະ ສາງ
ຂອງສໍານັກງານໃຫຍ່ ແລະ ບັນດາເຂື່ອນ ເພື່ອສະເຫນີປັບປຸງ ແລະ ແກ້ໄຂ
ວິທີການເຮັດວຽກຂອງແຕ່ລະຫົວຫນ່ວຍ;
- ເປັນຄະນະປະກອບຢູ່ໃນຄະນະຄຸ້ມຄອງຕິດຕາມກອງທຶນສິນເຊື່ອຂອງບໍລິສັດ;
- ປະຕິບັດວຽກງານອື່ນໆຕາມການມອບຫມາຍຂອງຄະນະຝ່າຍ/ຄະນະຜູ້ບໍລິຫານ.
🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ
· ອາຍຸ 25-40 ປີ
· ລະດັບການສຶກສາລະດັບຊັ້ນສູງ ຂຶ້ນໄປ ສາຂາ ຄຸ້ມຄອງ, ບໍລິຫານ, ບັນຊີ, ການເງິນ, ກວດສອບ ຫຼື ສາຂາທີ່
· ກ່ຽວຂ້ອງ;
· ມີຄວາມສາມາດດ້ານ ພາສາອັງກິດ ໃນລະດັບດີ;
· ປະສົບການຢ່າງຫນ້ອຍ 3 ປີຂຶ້ນໄປ ດ້ານວຽກງານ ຄຸ້ມຄອງຊັບສິນ, ຄຸ້ມຄອງສາງ, ບັນຊີຊັບສິນ ແລະ ບັນຊີສາງ;
· ມີປະສົບການດ້ານການເປັນຜູ້ນໍາ
(ເຄີຍເປັນຫົວຫນ້ານໍາພາທິມງານປະຕິບັດວຽກງານໃດຫນຶ່ງ);
· ມີປະສົບການໃນສາຍງານກວດສອບພາຍນອກ ສັງກັດ Big 4 ຮັບພິຈາລະນາເປັນພິເສດ.
📁 ທັກສະ ແລະ ຄວາມສາດທີ່ຕ້ອງການ
·
ສາມາດນໍາໃຊ້ ຄອມພິວເຕີ Word, Excel ແລະ PowerPoint ໄດ້ດີ;
·
ມີແນວຄິດລິເລີ່ມ ແລະ ຮຽນຮູ້ເພື່ອພັດທະນາຕົນເອງ;
·
ເປັນຄົນທີ່ມີມະນຸດສໍາພັນດີ, ມີຄວາມກະຕືລືລົ້ນ ແລະ
ມັກການເສຍສະລະຊ່ວຍເຫຼືອຄົນອື່ນ; ເປັນຄົນທີ່ມີຄວາມຮັບຜິດຊອບສູງ,
ຊື່ສັດ ແລະ
ເຮັດວຽກຢ່າງມີແບບແຜນ;
·
ສຸຂະພາບແຂງແຮງ ສາມາດເດີນທາງໄປເຮັດວຽກຕ່າງແຂວງໄດ້;
·
ສາມາດເຮັດວຽກເພີ່ມໂມງ ຫຼື ນອກໂມງ ຫຼື ວັນເສົາ ແລະ ອາທິດໄດ້ ໃນກໍລະນີ
ວຽກເລັ່ງດ່ວນ; ສາມາດເດີນທາງໄປເຮັດວຽກຕ່າງແຂວງໄດ້;
·
ມີພາວະຄວາມເປັນຜູ້ນໍາ;
·
ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ ເພື່ອເຮັດໃຫ້ວຽກງານບັນລຸຕາມເປົ້າຫມາຍ.
💰 ດ້ານສະຫວັດດີການ ພະນັກງານ
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ
ແລະ ສະຫວັດດີການເງິນກິນເຂົ້າ 100,000 ກີບ/ມື້,
ທີ່ພັກ ແລະ ສິ່ງອຳນວຍຄວາມສະດວກພາຍໃນແຄ້ມ, ມີກວດສຸຂະພາບປະຈໍາປີຟຣີ;
- ມີປະກັນສັງຄົມ,
ປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ,
ວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກລັດຖະການຕ່າງໆ;
- ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ
ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV
ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື
ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ
ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ
01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email:
[email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້