
ຕຳແໜ່ງ: ຫົວໜ້າຂະແໜງ ປູກປ່າ
ຝ່າຍ: ປະຕິບັການ
ປະຈຳ ສຳນັກງານໃຫຍ່,
ບ້ານ ໜອງບ່ອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
💼 ໜ້າທີ່ຮັບຜິດຊອບຫຼັກ
- ຮັບຜິຊອບການຈັດຕັ້ງປະຕິບັດກ່ຽວກັບວຽກງານຄວາມເຫັນດີເຫັນພ້ອມດ້ວຍຄວາມສະໝັກໃຈ
ແລະ ໄດ້ຮັບຂໍ້ມູນລ່ວງໜ້າ (Free,
Prior, Informed, Consent “FPIC”) ແລະ
ການປຶກສາຫາລືຮ່ວມກັບຊຸມຊົນທ້ອງຖິ່ນ (Local Stakeholder Consultation “LSC”);
- ນຳພາ, ຊຸກຍູ້ ແລະ
ຕິດຕາມ ທີມງານປູກປ່າ ARR
(ບໍລິສັດຜູ້ຮັບເໝົາປູກປ່າ, ທີມງານເມືອງ
ແລະ ບ້ານ ໃນການ ເຄື່ອນໄຫວປູກປ່າ);
- ລົງຊຸກຍູ້, ຕິດຕາມ ແລະ
ບັນທຶກຂໍ້ມູນຈາກພາກສະໜາມ ຫຼື ຈາກການລາຍງານ ຂອງທີມງານຂັ້ນທ້ອງຖິ່ນກ່ຽວກັບ
ການປູກໄມ້ ໂດຍນຳໃຊ້ລະບົບ ບັນທຶກ, ຖ່າຍພາບປະກອບ ແລະ
ສັງລວມໄວ້ໃນຖານຂໍ້ມູນ;
- ປະກອບເອກະສານ, ຂຽນບົດລາຍງານ, ໂດຍປະກອບຮູບພາບທີ່ຖ່າຍໄວ້
ແລະ ໃຫ້ມີຫຼັກຖານທັງໝົດທີ່ໄດ້ຈາກຜູ້ກະທຳຜິດໃນການເຮັດບົດລາຍງານ ພື້ນທີ່ປູກໄມ້
ແລ້ວສົ່ງໃຫ້ຄະນະບໍລິຫານໂຄງການ ຫຼື ພາກສ່ວນທີ່ກ່ຽວຂ້ອງ
ເພື່ອສາມາດປະກອບເປັນສໍານວນດຳເນີນຄະດີໄດ້ໃນຂັ້ນຕໍ່ໄປ;
- ເປັນເຈົ້າການໃນການຄຸ້ມຄອງ
ບົວລະບັດຮັກສາອຸປະກອນພາກສະໜາມ ແລະ ເຄື່ອງມືຮັບໃຊ້ຕ່າງໆ ທີ່ມີຢູ່ໃນຄວາມຮັບຜິດຊອບຂອງຕົນ
ໃຫ້ມີປະສິດທິພາບ;
- ຮັບຜິດຊອບສ້າງແຜນການເຄື່ອນໄຫວ
ວຽກງານການປູກປ່າ (ARR)
ແລະ ແຜນດໍາເນີນກິດຈະກໍາຂອງໂຄງການ;
- ຮັບຜິດຊອບໃນການຄັດເລືອກ
ແລະ ກຳນົດພື້ນທີ່ປູກປ່າ ໂດຍນຳໃຊ້ລະບົບ Remote Sensing and
GIS, GPS ໃນລະດັບດີສົມຄວນ;
- ຄັດເລືອກ ແນວພັນ, ການເກັບແກ່ນ, ການຮັກສາ
ຫຼື ບົວລະບັດແກ່ນພັນ ແລະ ການຄັດແຍກແກ່ນພັນຕາມແຕ່ລະຊະນິດ ໃຫ້ມີຄຸນນະພາບທີ່ດີ;
- ອອກແບບ
ການສ້າງສວນກ້າເບ້ຍໄມ້,
ເຕັກນິກການກ້າແກ່ນໄມ້,
ການບົວລະບັດຮັກສາເບ້ຍໄມ້ ແລະ ການປ້ອງກັນພະຍາດ
ທີ່ອາດຈະເກີດຂຶ້ນກັບເບ້ຍໄມ້;
- ນໍາພາທີມງານ
ຂັ້ນເມືອງ ແລະ ທ້ອງຖິ່ນ ໃນການໂຄສະນາເຜີຍແຜ່, ປະຊາສຳພັນວຽກງານ ການປູກປ່າ ແລະ
ລະບຽບການທີ່ກ່ຽວຂ້ອງໃຫ້ແກ່ຄູ່ຮ່ວມງານ ແລະ ຊຸມຊົນຢູ່ໃນທ້ອງຖິ່ນ;
- ເຮັດບົດສະຫຼຸບ, ສັງລວມ, ເຮັດບົດລາຍງານສຸກເສີນ, ບົດລາຍງານປະຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາຫົກເດືອນ
ແລະ ປະຈໍາປີ;
- ປະສານງານ
ແລະ ພົວພັນຮ່ວມມືກັບບັນດາ ຂະແໜງການກ່ຽວຂ້ອງຕ່າງໆ ແລະ ອຳນາດການປົກຄອງທ້ອງຖິ່ນ
ເພື່ອໃຫ້ການຈັດຕັ້ງປະຕິບັດກິດຈະກຳຂອງໜ່ວຍງານ ສາມາດດຳເນີນໄປດ້ວຍດີ
ມີຜົນສໍາເລັດຕາມລະດັບຄາດໝາຍ;
- ເປັນເຈົ້າການ
ນໍາພາ, ຊຸກຍູ້ ແລະ
ຊ່ວຍໃນການຈັດຝຶກອົບຮົມ,
ສ້າງຄວາມເຂັ້ມແຂງ ໃນການສ້າງສວນກ້າເບ້ຍໄມ້, ການກ້າແກ່ນໄມ້, ການບົວລະບັດຮັກສາເບ້ຍໄມ້
ແລະ ການປ້ອງກັນພະຍາດ ທີ່ອາດຈະເກີດຂຶ້ນກັບເບ້ຍໄມ້.
💼 ໜ້າທີ່ຮັບຜິດຊອບຮອງ
- ສະໜັບສະໜູນເພື່ອນຮ່ວມງານ,
ຄະນະຜູ້ບໍລິຫານ ແລະ ຈັດເກັບເອກະສານທີ່ຕິດພັນ ກັບວຽກງານຂອງໂຄງການ ທັງພາຍໃນ ແລະ
ພາຍນອກ ໃຫ້ເປັນລະບົບ ລວມທັງການຈັດຕັ້ງປະຕິບັດວຽກງານອື່ນໆ ຕາມການແຕ່ງຕັ້ງ ຫຼື ມອບໝາຍຂອງຫົວໜ້າຝ່າຍຄະນະຝ່າຍປະຕິບັດງານໂຄງການ;
🎓 ວຸດທິການສຶກສາ
ແລະ ປະສົບການທີ່ຕ້ອງການ
1.
ຮຽນຈົບ ປະລິນຍາຕີ ຫຼື ປະລິນຍາໂທ ສາຂາ ປ່າໄມ້ ແລະ
ສິ່ງແວດລ້ອມ ຫຼື ສາຂາອື່ນທີ່ກ່ຽວຂ້ອງ;
2.
ປະສົບການຢ່າງໜ້ວຍ 5 ປີຂຶ້ນໄປ ດ້ານການປູກປ້າ;
📁 ທັກສະ
ແລະ ຄວາມສາດທີ່ຕ້ອງການ
·
ເພດຊາຍ ຫຼື ຍິິງ ອາຍຸ 30 ປີ ຂື້ນໄປ ແລະ ສາມາດມາດສື່ສານພາສາອັງກິດໄດ້ໃນລະດັບດີ;
·
ຖ້າສາມາດພາສາທ້ອງຖິ່ນ (ບຣູ, ຍະເຫີນ) ຈະພິຈາລະນາເປັນພິເສດ;
·
ສາມາດນຳໃຊ້ GPS ແລະ ໂປຣແກຣມ ArcMap ໄດ້ຈະພິຈາລະນາເປັນພິເສດ;
·
ສາມາດນໍຳໃຊ້ໂປຣແກຣມ MS Word, Excel, PowerPoint, Teams
& Outlook ເປັນຢ່າງດີ;
·
ສາມາດເຮັດວຽດລ່ວງເວລາ ແລະ ວັນພັກໄດ້ ອີງຕາມຄວາມຈໍາເປັນ ແລະ
ຄວາມເລັ່ງດ່ວນຂອງວຽກ;
·
ສຸຂະພາບາບແຂງແຮງດີ ແລະ ສາມາດອອກວຽກຕ່າງແຂວງ ຫຼື ພາກສະໜາມໄດ້;
ມີຄວາມກະຕືລືລົ້ນ, ມະນຸດສຳພັນດີ ແລະ ສາມາດເຮັດວຽກເປັນທີມ.
💰 ດ້ານສະຫວັດດີການ ພະນັກງານ
·
ປະຈຳ ຢູ່ສໍານັກງານໃຫຍ່ ເຮັດວຽກ ວັນຈັນ-ວັນສຸກ, ມີເງິນກິນເຂົ້າ 100,000 ກີບ/ມື້ (ສະເພາະວັນເຮັດວຽກເທົ່ານັ້ນ);
·
ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ
90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ.
📂 ວິທີ່ສະໝັກວຽກກັບພວກເຮົາ
- ກົດເຂົ້າລິ້ງນີ້
https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ
(ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV
ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື
ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ
ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ,
ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື
ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ
ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້