ວິຊາການ ປູກປ່າ
Image 1

ຕຳແໜ່ງ: ວິຊາການ ປູກປ່າ

ຝ່າຍ: ປະຕິບັດການ

ປະຈຳ ສຳນັກງານໃຫຍ່, ບ້ານ ໜອງບ່ອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

💼 ໜ້າທີ່ຮັບຜິດຊອບຫຼັກ

1)    ຊ່ວຍໃນການຈັດຕັ້ງປະຕິບັດວຽກງານ ກ່ຽວກັບ ຄວາມເຫັນດີເຫັນພ້ອມດ້ວຍຄວາມສະໝັກໃຈ ແລະ ໄດ້ຮັບຂໍ້ມູນລ່ວງໜ້າ (Free, Prior, Informed, Consent “FPIC”) ແລະ ການປຶກສາຫາລື ຮ່ວມກັບຊຸມຊົນທ້ອງຖິ່ນ (Local Stakeholder Consultation “LSC”);

2)    ລົງຊຸກຍູ້, ຕິດຕາມທີມງານກວດກາລາດຕະເວນປ່າ (ທີມເມືອງ, ບ້ານ ແລະ ວິຊາການ ຂອງ ໂຄງການ) ທີ່ເຄື່ອນໄຫວລາດຕະເວນ, ສະກັດກັ້ນໄພຂົ່ມຂູ່ທີ່ກ່ຽວຂ້ອງ ກັບການປົກປັກຮັກສາປ່າໄມ້, ການອະນຸລັກສັດນໍ້າ ແລະ ສັດປ່າ, ການອະນຸລັກຊັບພະຍາ ກອນທໍາມະຊາດ ໃນຂອບເຂດພື້ນທີ່ໂຄງການ;

3)    ຄຸ້ມຄອງ, ຕິດຕາມ, ກວດກາ, ແລະ ປະເມີນຜົນ ການປູກຕົ້ນໄມ້ ຂອງ “ຜູ້ຮັບເໝົາ” ຕາມທີ່ໄດ້ກໍານົດໄວ້ໃນເອກະສານ TOR ຄັດຕິດ, ສັນຍາ ແລະ ສົມທົບກັບ “ຜູ້ຮັບເໝົາ” ໃນການກໍານົດ ຮູບແບບ ແລະ ວິທີການປູກ ລວມທັງ ຮູບແບບ ໃນການ ຄຸ້ມຄອງ, ບົວລະບັດ, ປົກປັກຮັກສາຕົ້ນໄມ້ທີ່ປູກ ແລະ ການສ້າງແລວ ປ້ອງກັນໄຟປ່າ ລວມທັງ ປະເມີນອັດຕາການລອດຕາຍຂອງຕົ້ນໄມ້ທີ່ປູກ;

4)    ລົງຊຸກຍູ້ ຕິດຕາມກວດກາການນລາດຕາເວນ ແລະ ສັງລວມຂໍ້ມູນຈາກແບບຟອມ GPS ແລະ ຮູບຖ່າຍພາກສະໜາມຈາກທີມງານລາດຕະເວນ ເພື່ອເຮັດບົດລາຍງານ, ຊ່ວຍຕິດຕາມ ແລະ ບັນທຶກຂໍ້ມູນຈາກພາກສະໜາມ ຕາມແບບຟອມ, GPS ແລະ ກ້ອງຖ່າຍຮູບ ເພື່ອໃຫ້ມີຂໍ້ມູນໄວ້ໃນຖານຂໍ້ມູນ;

5)   ຊຸກຍູ້ ນໍາພາທີມງານຂັ້ນເມືອງ ກຳນົດປັກຫຼັກໝາຍເຂດແດນ ຂອງຂອບເຂດໂຄງການ ແລະ ຂອບເຂດພື້ນທີ່ປູກໄມ້;

6)    ນໍາພາທີມງານຂັ້ນເມືອງ ແລະ ທ້ອງຖິ່ນ ໃນການໂຄສະນາເຜີຍແຜ່, ປະຊາສໍາພັນວຽກງານ ປູກປ່າ (ARR), ວຽກງານອະນຸລັກ ແລະ ລະບຽບການທີ່ກ່ຽວຂ້ອງໃຫ້ແກ່ຄູ່ຮ່ວມງານ ແລະ ຊຸມຊົນຢູ່ໃນທ້ອງຖິ່ນ;

7)    ຊ່ວຍໃນການໃນການຄຸ້ມຄອງ ບົວລະບັດຮັກສາອຸປະກອນພາກສະໜາມ ແລະ ເຄື່ອງມືບັນທຶກຂໍ້ມູນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິພາບ;

8)   ຊ່ວຍປະສານງານ ແລະ ພົວພັນຮ່ວມມືກັບບັນດາຫ້ອງການກ່ຽວຂ້ອງຕ່າງໆ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອໃຫ້ການຈັດຕັ້ງປະຕິບັດກິດຈະກຳຂອງໜ່ວຍງານ ສາມາດດຳເນີນໄປດ້ວຍດີ ມີຜົນສໍາເລັດຕາມລະດັບຄາດໝາຍ;

💼 ໜ້າທີ່ຮັບຜິດຊອບຮອງ

1.    ຊ່ວຍຈັດເກັບເອກະສານທີ່ຕິດພັນ ກັບ ວຽກງານຂອງໂຄງການ ທັງພາຍໃນ ແລະ ພາຍນອກ ໃຫ້ເປັນລະບົບ ລວມທັງການຈັດຕັ້ງປະຕິບັດວຽກງານອື່ນໆ ຕາມການແຕ່ງຕັ້ງ ຫຼື ມອບໝາຍຂອງຫົວໜ້າຝ່າຍຄະນະຝ່າຍປະຕິບັດງານໂຄງການ;

2.    ຊ່ວຍສະໜັບສະໜູນເພື່ອຮ່ວມງານ, ຫົວໜ້າ, ສາມາດເຮັດວຽດລ່ວງເວລາ ແລະ ວັນພັກໄດ້ ອີງຕາມຄວາມຈໍາເປັນ ແລະ ຄວາມເລັ່ງດ່ວນຂອງວຽກ.

🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ 

1.    ຈົບຊັ້ນສູງ ຫຼື ປະລິນຍາຕີ ສາຂາ ປ່າໄມ້ ຫຼື ສາຂາ ສິ່ງແວດລ້ອມ;

2.    ປະສົບການຢ່າງໜ້ວຍ 03 ປີຂຶ້ນໄປ.

📁 ທັກສະ ແລະ ຄວາມສາດທີ່ຕ້ອງການ 

·       ເພດຊາຍ ຫຼື ຍິິງ ອາຍຸ 25 ປີ ຂື້ນໄປ;

·       ສາມາດນຳໃຊ້ GPS  ແລະ ໂປຣແກຣມ ArcMap ໄດ້ຈະພິຈາລະນາເປັນພິເສດ;

·       ສາມາດນໍຳໃຊ້ໂປຣແກຣມ MS Word, Excel, PowerPoint & Outlook ເປັນຢ່າງດີ;

·       ສາມາດສື່ສານພາສາອັງກິດໄດ້ດີ;

·       ສຸຂະພາບາບແຂງແຮງດີ ແລະ ສາມາດອອກວຽກຕ່າງແຂວງ ຫຼື ພາກສະໜາມໄດ້;

·       ມີຄວາມກະຕືລືລົ້ນ, ມະນຸດສຳພັນດີ ແລະ ສາມາດເຮັດວຽກເປັນທີມ.

💰 ດ້ານສະຫວັດດີການ ພະນັກງານ

  • ປະຈຳ ຢູ່ສໍານັກງານໃຫຍ່ ເຮັດວຽກ ວັນຈັນ-ວັນສຸກ, ມີເງິນກິນເຂົ້າ 100,000 ກີບ/ມື້ (ສະເພາະວັນເຮັດວຽກເທົ່ານັ້ນ);
  • ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ 90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
  • ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).

📂 ວິທີ່ສະໝັກວຽກກັບພວກເຮົາ

  • ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
  • ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,​ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.

ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້

 

ປິດຮັບ: 28 ກຸມພາ 2025