
ຕຳແໜ່ງ: ຫົວໜ້າທີມສູນຮຽນຮູ້ ແລະ ຝຶກອົບຮົມ
ຝ່າຍ: ປະຕິບັດການ
ປະຈຳ ສຳນັກງານໃຫຍ່, ບ້ານ ໜອງບ່ອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
💼 ໜ້າທີ່ຮັບຜິດຊອບຫຼັກ
- ສາມາດປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງໃນທ້ອງຖິ່ນ
(LSC), ຄວາມເຫັນດີ ເຫັນພ້ອມ ດ້ວຍຄວາມສະໝັກໃຈ ແລະ
ຮັບຮູ້ລ່ວງໜ້າ (FPIC), ລວມທັງການປະເມີນຄວາມຕ້ອງການດ້ານການປົກປ້ອງ;
- ສາມາດວາງແຜນໃນການຈັດຝຶກອົບຮົມ
ສ້າງຄວາມເຂັ້ມແຂງ ກ່ຽວກັບ ການປູກປ່າ (ARR), ການປົກປັກຮັກສາປ່າໄມ້ ແລະ
ຟື້ນຟູປ່າ (REDD+);
- ຊ່ວຍປູກຈິດສໍານຶກ, ໂຄສະນາເຜີຍແຜ່, ປະຊາສໍາພັນວຽກງານ
ຂອງໂຄງການ ແລະ ລະບຽບການທີ່ກ່ຽວຂ້ອງ ໃຫ້ແກ່ຄູ່ຮ່ວມງານ ແລະ ຊຸມຊົນຢູ່ໃນທ້ອງຖິ່ນ;
- ຕິດຕາມວຽກງານການຝຶກອົບຮົມ, ປູກຈິດສໍານຶກ ແລະ ໂຄສະນາ ເຜີຍແຜ່ລະບຽບກົດໝາຍຕ່າງໆ ແລະ ສະໜັບສະໜູນ ວຽກງານອື່ນໆ ຕາມການແຕ່ງຕັ້ງ ຫຼື ມອບໝາຍ;
- ສາມາດໃນການນໍາພາທີມງານ
ຂັ້ນເມືອງ ແລະ ທ້ອງຖິ່ນ ໃນການໂຄສະນາເຜີຍແຜ່, ປະຊາສຳພັນວຽກງານ ການປູກປ່າ, ປົກປັກຮັກສາປ່າໄມ້
ແລະ ລະບຽບການທີ່ກ່ຽວຂ້ອງໃຫ້ແກ່ຄູ່ຮ່ວມງານ ແລະ ຊຸມຊົນຢູ່ໃນທ້ອງຖິ່ນ;
- ເປັນເຈົ້າການໃນການຄຸ້ມຄອງ
ບົວລະບັດຮັກສາອຸປະກອນພາກສະໜາມ ແລະ ເຄື່ອງມືຮັບໃຊ້ຕ່າງໆ
ທີ່ມີຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິພາບ;
- ເຮັດບົດສະລຸບ, ສັງລວມ, ເຮັດລາຍງານສຸກເສີນ, ບົດລາຍງານປະຈໍາອາທິດ, ປະຈໍາເດືອນ, ປະຈໍາໄຕມາດ, ປະຈໍາຫົກເດືອນ
ແລະ ປະຈໍາປີ;
- ປະສານງານ
ແລະ ພົວພັນຮ່ວມມືກັບບັນດາ ຂະແໜງການກ່ຽວຂ້ອງຕ່າງໆ ແລະ ອຳນາດການປົກຄອງທ້ອງຖິ່ນ
ເພື່ອໃຫ້ການຈັດຕັ້ງປະຕິບັດກິດຈະກຳຂອງໜ່ວຍງານ ສາມາດດຳເນີນໄປດ້ວຍດີ
ມີຜົນສໍາເລັດຕາມລະດັບຄາດໝາຍ;
- ເປັນເຈົ້າການ
ນໍາພາ, ຊຸກຍູ້ ແລະ ຊ່ວຍໃນການຈັດຝຶກອົບຮົມ, ສ້າງຄວາມເຂັ້ມແຂງ
ໃນການສ້າງສວນກ້າເບ້ຍໄມ້, ການກ້າແກ່ນໄມ້, ການບົວລະບັດຮັກສາເບ້ຍໄມ້ ແລະ
ການປ້ອງກັນພະຍາດ ທີ່ອາດຈະເກີດຂຶ້ນກັບເບ້ຍໄມ້ ແລະ ການປົກຮັກສາປ່າໄມ້
ໃນເຂດໂຄງການ;
💼 ໜ້າທີ່ຮັບຜິດຊອບຮອງ
1.
ຈັດເກັບເອກະສານທີ່ຕິດພັນ ກັບ ວຽກງານຂອງໂຄງການ ທັງພາຍໃນ ແລະ
ພາຍນອກ ໃຫ້ເປັນລະບົບ ລວມທັງການຈັດຕັ້ງປະຕິບັດວຽກງານອື່ນໆ ຕາມການແຕ່ງຕັ້ງ ຫຼື ມອບໝາຍຂອງຫົວໜ້າຝ່າຍຄະນະຝ່າຍປະຕິບັດງານໂຄງການ;
2.
ສະໜັບສະໜູນເພື່ອຮ່ວມງານ, ຄະນະບໍລິຫານ, ສາມາດເຮັດວຽດລ່ວງເວລາ ແລະ ວັນພັກໄດ້ ອີງຕາມຄວາມຈໍາເປັນ ແລະ
ຄວາມເລັ່ງດ່ວນຂອງວຽກ.
🎓 ວຸດທິການສຶກສາ
ແລະ ປະສົບການທີ່ຕ້ອງການ
1.
ຮຽນຈົບຊັ້ນສູງ ແລະ
ປະລິນຍາຕີ ສາຂາ ປ່າໄມ້ ແລະ ສິ່ງແວດລ້ອມ;
2.
ປະສົບການເຮັດວຽກ 03 ປີ ຂຶ້ນໄປ.
📁 ທັກສະ
ແລະ ຄວາມສາດທີ່ຕ້ອງການ
·
ເພດຊາຍ ຫຼື ຍິິງ ອາຍຸ 30 ປີ ຂື້ນໄປ.
· ສາມາດນໍຳໃຊ້ໂປຣແກຣມ MS Word, Excel, PowerPoint & Outlook ເປັນຢ່າງດີ;
· ສາມາດມາດສື່ສານພາສາອັງກິດລະດັບດີ;
· ສາມາດສື່ສານພາສາທ້ອງຖິ່ນໄດ້
ຈະພິຈາລະນາເປັນພິເສດ;
· ສຸຂະພາບາບແຂງແຮງດີ ແລະ
ສາມາດອອກວຽກຕ່າງແຂວງ ຫຼື ພາກສະໜາມໄດ້;
· ມີຄວາມກະຕືລືລົ້ນ,
ມະນຸດສຳພັນດີ ແລະ ສາມາດເຮັດວຽກເປັນທີມ.
💰 ດ້ານສະຫວັດດີການ
ພະນັກງານ
- ປະຈຳ ຢູ່ສໍານັກງານໃຫຍ່
ເຮັດວຽກ ວັນຈັນ-ວັນສຸກ, ມີເງິນກິນເຂົ້າ 100,000 ກີບ/ມື້
(ສະເພາະວັນເຮັດວຽກເທົ່ານັ້ນ);
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ
ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ
15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ
90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
- ເຮັດວຽກວັນຈັນ-ວັນສຸກ
(ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00
ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ
(ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV
ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື
ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ
08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ
01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ
ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້