
ຕຳແໜ່ງ: ພະນັກງານ ກວດສອບພາຍໃນ, ປະຈໍາ ສໍານັກງານໃຫຍ່
💼 ໜ້າທີ່ຮັບຜິດຊອບຫຼັກ
·
ເລືອກລາຍການ ແລະ ກວດສອບເອກະສານຈາກຝ່າຍຕ່າງໆ
ໃຫ້ເປັນໄປຕາມແຜນງານການກວດສອບ (Consolation
and preparation of Annual report or audit working paper);
·
ປະຕິບັດຕາມກົດບັດການກວດສອບ, ມາດຕະຖານບັນຊີ (IAS
or IFRS) ແລະ ມາດຕະຖານການກວດສອບ (ISA) ເຊິ່ງເປີດເຜີຍຂໍ້ມູນຕາມກົດຫມາຍ ແລະ ວິຊາຊີບກໍານົດ;
·
ເຂົ້າຮ່ວມສັງເກດການ ກວດນັບ ເງິນສົດ, ຊັບສິນ ແລະ
ເຄື່ອງໃນສາງ ຕາມການມອບຫມາຍ.
🎓 ວຸດທິການສຶກສາ
ແລະ ປະສົບການທີ່ຕ້ອງການ
·
ລະດັບການສຶກສາ ສາຂາວິຊາ ການບັນຊີ ແລະ ກວດສອບບັນຊີ ຈາກ
ສະພາກວດສອບບັນຊີ ຫລື ຄະນະຄຸ້ມຄອງບໍລິຫານ;
·
ຄະແນນດ້ານການເງິນ
- ບັນຊີ ຄ້ອນຂ້າງດີ;
·
ມີປະສົບການກວດສອບ ຈະພິຈາລະນາເປັນພິເສດ.
📁 ທັກສະ
ແລະ ຄວາມສາດທີ່ຕ້ອງການ
·
ສາມາດສະຫລຸບວຽກທີ່ໄດ້ຮັບການມອບຫມາຍໄດ້ດີ, ມີຄວາມຊື່ສັດ ແລະ
ຮັບຜິດຊອບຕໍ່ຫນ້າວຽກ;
·
ຮັກສາເອກະສານທີ່ຢູ່ໃນຄວາມຮັບຜິດຊອບ ແລະ ຮັບປະກັນ
ບໍ່ໃຫ້ເສຍຫາຍ;
·
ມີຄວາມເປັນອິດສະຫລະ
(Independent) ແລະ ບໍ່ມີສ່ວນກ່ຽວຂ້ອງກັບການບໍລິຫານຈັດການຂອງອົງກອນ
·
ມີຈັນຍາບັນສູງ,
ມີຄວາມທ່ຽງທໍາ, ປະເມີນຜົນຢ່າງເປັນກາງ, ບໍ່ລໍາອຽງ, ບໍ່ໄດ້ຮັບສິ່ງຕອບແທນໃດໆ
ທີ່ເປັນການບັ່ນທອນຕໍ່
ດຸນພິນິດຂອງຜູ້ປະກອບວິຊາຊີບ;
·
ຮັກສາຄວາມລັບ,
ປົກປ້ອງຂໍ້ມູນທີ່ເປັນຄວາມລັບໃນລະຫວ່າງການປະຕິບັດການກວດສອບ, ບໍ່ນໍາໃຊ້ຂໍ້ມູນເພື່ອຜົນປະໂຫຍດ ສ່ວນຕົວ ຫລື
ເພື່ອການໃດທີ່ຂັດກັບກົດລະບຽບຂອງບໍລິສັດ ແລະ ກົດຫມາຍບ້ານເມືອງ;
·
ມີຄວາມລະແວງສົງໃສ (Skepticism)
;
·
ສາມາດນໍາໃຊ້ ພາສາອັງກິດໄດ້;
·
ມະນຸດສໍາພັນດີ ແລະ ສາມາດເຮັດວຽກເປັນທີມໄດ້
·
ມີຄວາມກະຕືລືລົ້ນ,
ຫ້າວຫັນດຸຫມັ່ນຮຽນຮູ້ ແລະ ພັດທະນາຕົນເອງຢູ່ເປັນປະຈໍາ;
·
ສາມາດໄປເຮັດວຽກຢູ່ຕ່າງແຂວງໄດ້;
·
ນໍາໃຊ້
MS Excel, Power point ໄດ້ດີ.
💰 ດ້ານສະຫວັດດີການ
ພະນັກງານ
- ປະຈຳ
ຢູ່ພາສະໜາມ ບໍລິສັດ ຮັບຜິດຊອບ ອາຫານ 3 ຄາບ/ມື້, ມີທີ່ພັກ
ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນແຄ້ມ, ມີລົດຮັບ-ສົ່ງ
ພະນັກງານ ເວລາໄປວຽກ ແລະ ວັນພັກຮອບ, ມີເງິນອຸດໜູນຫ່າງໄກບ້ານ,
ເຮັດວຽກຄົບ 49 ວັນພັກ 7 ວັນ;
- ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ
ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ,
ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ 90 ວັນ/ປີ
ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
- ເຮັດວຽກວັນຈັນ-ວັນສຸກ
(ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).
📂 ວິທີ່ສະໝັກວຽກກັບພວກເຮົາ
- ກົດເຂົ້າລິ້ງນີ້
https://csenergy.la/jobs
ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
- ຫຼື
ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,ໜ່ວຍ 08 ບ້ານ ໜອງບອນ, ເມືອງ
ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ
01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email:
[email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.
ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ
ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້