ພະນັກງານ ກວດສອບພາຍໃນ ອາວຸໂສ
Image 1

ຕຳແໜ່ງ: ພະນັກງານ ກວດສອບພາຍໃນ ອາວຸໂສ

💼 ໜ້າທີ່ຮັບຜິດຊອບຫຼັກ

·        ຊ່ວຍໃນການສ້າງແຜນງານ, ລະບຸຂອບເຂດຂອງແຜນງານການກວດສອບເພື່ອນໍາສະເຫນີ ແລະ ລາຍງານຕໍ່ຜູ້ບໍລິຫານ, ທ່ານ ປະທານ ແລະ ຜູ້ຖືຮຸ້ນ (Annual planning) ຫລື ກໍລະນີພິເສດ ປະຕິບັດແຜນງານກວດສອບພາຍໃນ, ຕາມຄວາມສ່ຽງສະເພາະ ເຈາະຈົງ ຫລື ຕາມທິດຊີ້ນໍາຂອງຜູ້ບໍລິຫານ, ທ່ານ ປະທານ ແລະ ຜູ້ຖືຮຸ້ນ (Board requirement); 

·        ຊ່ວຍລວບລວມແຜນງານການກວດສອບ (Consolation and preparation of Annual report or audit working paper); 

·        ສືບຕໍ່ຕິດຕາມກວດກາ ບັນຫາໄດ້ຮັບການແກ້ໄຂ ແລະ ລາຍງານໃນຂັ້ນຕໍ່ໄປ

·        ໃຫ້ຄໍາແນະນໍາ ແລະ ປຶກສາ ໃນວຽກງານດ້ານຕ່າງໆ ໂດຍບໍ່ເຂົ້າໄປຮັບຜິດຊອບໃນຖານະຝ່າຍບໍລິຫານຕາມການມອບ ຫມາຍວຽກຂອງຜູ້ບັງຄັບບັນຊາ

·        ປະຕິບັດຕາມກົດບັດການກວດສອບ, ມາດຕະຖານບັນຊີ (IAS or IFRS) ແລະ ມາດຕະຖານການກວດສອບ (ISA) ເຊິ່ງເປີດເຜີຍຂໍ້ມູນຕາມກົດຫມາຍ ແລະ ວິຊາຊີບກໍານົດ

🎓 ວຸດທິການສຶກສາ ແລະ ປະສົບການທີ່ຕ້ອງການ 

·        ລະດັບການສຶກສາ ສາຂາວິຊາການບັນຊີ ແລະ ກວດສອບບັນຊີ ຈາກ ສະພາກວດສອບບັນຊີ ຫລື ຄະນະຄຸ້ມຄອງບໍລິຫານ;

·        ປະສົບການຢ່າງຫນ້ອຍ 2 ປີ ດ້ານວຽກງານການກວດສອບ ແລະ ລະບົບການຄຸ້ມຄອງພາຍໃນ

📁 ທັກສະ ແລະ ຄວາມສາດທີ່ຕ້ອງການ 

·        ສາມາດສະຫລຸບວຽກທີ່ໄດ້ຮັບການມອບຫມາຍໄດ້ດີ, ມີຄວາມຊື່ສັດ ແລະ ຮັບຜິດຊອບຕໍ່ຫນ້າວຽກ

·        ມີຄວາມເປັນອິດສະຫລະ (Independent) ແລະ ບໍ່ມີສ່ວນກ່ຽວຂ້ອງກັບການບໍລິຫານຈັດການຂອງອົງກອນ

·        ມີຈັນຍາບັນສູງ, ມີຄວາມທ່ຽງທໍາ, ປະເມີນຜົນຢ່າງເປັນກາງ, ບໍ່ລໍາອຽງ, ບໍ່ໄດ້ຮັບສິ່ງຕອບແທນໃດໆ ທີ່ເປັນການບັ່ນທອນຕໍ່ ດຸນພິນິດຂອງຜູ້ປະກອບວິຊາຊີບ

·        ຮັກສາຄວາມລັບ ແລະ ປົກປ້ອງຂໍ້ມູນທີ່ເປັນຄວາມລັບໃນລະຫວ່າງການປະຕິບັດການກວດສອບ

·        ບໍ່ນໍາໃຊ້ຂໍ້ມູນເພື່ອຜົນປະໂຫຍດສ່ວນຕົວ ຫລື ເພື່ອການໃດທີ່ຂັດກັບກົດລະບຽບຂອງບໍລິສັດ ແລະ ກົດຫມາຍບ້ານເມືອງ ມີຄວາມລະແວງສົງໃສ (Skepticism); 

·        ສາມາດນໍາໃຊ້ ພາສາອັງກິໄດ້

·        ມະນຸດສໍາພັນດີ ແລະ ສາມາດເຮັດວຽກເປັນທີໄດ້

·        ມີຄວາມກະຕືລືລົ້ນ, ຫ້າວຫັນດຸຫມັ່ນຮຽນຮູ້ ແລະ ພັດທະນາຕົນເອງຢູ່ເປັນປະຈໍາ. 

·        ສາມາດໄປເຮັດວຽກຢູ່ຕ່າງແຂວງໄດ້

·        ນໍາໃຊ້ MS Excel, Power point ໄດ້ດີ

💰 ດ້ານສະຫວັດດີການ ພະນັກງານ

  • ປະຈຳ ຢູ່ພາສະໜາມ ບໍລິສັດ ຮັບຜິດຊອບ ອາຫານ 3 ຄາບ/ມື້, ມີທີ່ພັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນແຄ້ມ, ມີລົດຮັບ-ສົ່ງ ພະນັກງານ ເວລາໄປວຽກ ແລະ ວັນພັກຮອບ, ມີເງິນອຸດໜູນຫ່າງໄກບ້ານ, ເຮັດວຽກຄົບ 49 ວັນພັກ 7 ວັນ;
  • ບໍລິສັດຮັບຜິດຊອບອາກອນລາຍໄດ້ພະນັກງານ ແລະ ມີກວດສຸຂະພາບປະຈໍາປີຟຣີ, ມີປະກັນສັງຄົມ, ມີປະກັນອຸປະຕິເຫດສ່ວນບຸກຄົນ, ມີກອງທຶນປິ່ນປົວສຸຂະພາບ, ມີວັນພັກປະຈຳປີ 15 ວັນ, ວັນພັກປ່ວຍການ 30 ວັນ, ວັນພັກເນື່ອງຈາກອຸປະຕິເຫດແຮງງານ 90 ວັນ/ປີ ແລະ ມີວັນພັກອື່ນໆຕາມວັນພັກທາງລັດຖະການ;
  • ເຮັດວຽກວັນຈັນ-ວັນສຸກ (ເຮັດວຽກ ມື້ລະ 08 ຊົ່ວໂມງ ເລີ່ມແຕ່ 08:00 ຫາ 17:00 ໂມງ).

📂 ວິທີ່ສະໝັກວຽກກັບພວກເຮົາ

  • ກົດເຂົ້າລິ້ງນີ້ https://csenergy.la/jobs ເພື່ອສະໝັກຜ່ານອອນລາຍ ແລະ ດາວໂຫຼດແບບຟອມ (ການສະໝັກວຽກຜ່ານອອນລາຍໃຫ້ກຽມ CV ແລະ ຮູບ ເພື່ອອັບໂລດເຂົ້າລະບົບ;
  • ຫຼື ສາມາດເຂົ້າມາຢື່ນເອກະສານສະໝັກວຽກດ້ວຍຕົວເອງທີ່ຕຶກຈະເລີນເຊກອງ,​ໜ່ວຍ 08 ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ຊັ້ນ 01 ຝ່າຍ ບຸກຄະລາກອນ ຫຼື ສາມາດສົ່ງໃບສະໝັກຜ່ານ Email: [email protected] ໃຫ້ລະບຸຕຳແໜ່ງທີ່ສົນໃຈຢ່າງລະອຽດ.

ພວກເຮົາຈະຕິດຫາຜູ້ທີ່ຜ່ານການຄັດເລື່ອກ ເພື່ອເຂົ້າຮອບສຳພາດເທົ່ນນັ້ນ, ເອກະສານທີ່ສົ່ງແລ້ວບໍ່ສາມາດຂໍຄືນໄດ້

ປິດຮັບ: 15 ມີນາ 2025